ຕຳຫຼວດໄທ ຈັບຕົວ ຫົວໜ້າຜູ້ແຫ່ຂະບວນ ປະທ້ວງຕ້ານລັດຖະບານ ຄົນໜຶ່ງ
ທ່ານ ສົນທິຍານ ຈືນຣື້ໄທໃນທຳ
(ພາບ: Bangkok Post)
(vovworld) - ວັນທີ 10/02, ຕຳຫຼວດໄທ ໄດ້ຈັບຕົວຫົວໜ້າຂອງຂະບວນການແຫ່ຂະບວນປະທ້ວງຕ້ານລັດຖະບານຄົນໜຶ່ງ, ທ່ານ ສົນທິຍານ ຈືນຣື້ໄທໃນທຳ. ຕາມໜືງສືພິມ Bangkok Post, ທ່ານ ສົນທິຍານ ແມ່ນຫົວໜ້າສຳນັກຂ່າວສານ T-New ແລະ ແມ່ນເຈົ້າໜ້າທີ່ຂັ້ນສູງໃນຖັນແຖວການນຳຄະນະກຳມະການປະຕິຮູບປະຊາທິປະໄຕປະຊາຊົນ (PDRC), ຖືກຈັບຕົວຢູ່ສູນການຄ້າແຫ່ງໜຶ່ງຢູ່ນະຄອນຫຼວງບາງກອກ. ນີ້ແມ່ນການນຳຜູ້ ທຳອິດຂອງ PDRC ຖືກຕຳຫຼວດຈັບຕົວ ນັບແຕ່ເກີດການແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ໃນຊຸມເດືອນຜ່ານມາ. ກຳລັງຝ່າຍຄ້ານນີ້ໄດ້ປຸກລະດົມ ແລະ ຈັດຕັ້ງບັນດາການແຫ່ຂະບວນປະທ້ວງ, ເດີນຂະບວນ, ຢືດຄອງສຳນັກງານລັດຖະບານຢູ່ບາງກອກ ແນໃສ່ໂຄ່ນລົ້ມລັດຖະບານຂອງທ່ານນາງນາຍົກລັດຖະມົນຕີຊົ່ວຄາວ ຍິງຣັກ ຊິນນະວັດ.