(VOVWORLD) -ກອງປະຊຸມທາງໄກດ້ວຍຫົວຂໍ້ “ຍຸດທະສາດຫຼຸດຜ່ອນຄວາມທຸກຍາກທີ່ປະສົບຜົນສຳເລັດຂອງ ຫວຽດນາມ” ໂດຍສະມາຄົມມິດຕະພາບ ການາດາ - ຫວຽດນາມ ຈັດຕັ້ງຢູ່ນະຄອນ Toronto (ການາດາ) ໃນວັນທີ 26 ກຸມພາ, ໄດ້ດຶງດູດຄວາມສົນໃຈ ເຂົ້າຮ່ວມຂອງນັກຊ່ຽວຊານ ແລະ ນັກຮຽນຮູ້ ເກືອບ 50 ຄົນ.
ພາບປະກອບ: TTXVN |
ກອງປະຊຸມສຸມໃສ່ປຶກສາຫາລືກ່ຽວກັບໝາກຜົນກໍ່ຄືບົດຮຽນປະສົບການຂອງ ຫວຽດນາມ ໃນພາລະກິດແຫ່ງການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ບັນດາໂຄງການ ແລະ ນະໂຍບາຍຂອງ ຫວຽດນາມ ໄດ້ປະຕິບັດເພື່ອແນໃສ່ລົບລ້າງຄວາມທຸກຍາກ ແລະ ຍົກລະດັບ, ຄຸນນະພາບການດຳລົງຊີວິດຂອງປະຊາຊົນ.
ຫວຽດນາມວາງເປົ້າໝາຍໃຫ້ແກ່ໂຄງການຫຼຸດຜ່ອນຄວາມທຸກຍາກແຫ່ງຊາດໃນໄລຍະ 2021 – 2025, ຊຶ່ງໃນແຕ່ລະປີຫຼຸດຜ່ອນອັດຕາຄອບຄົວທຸກຍາກຕາມມາດຖານທຸກຍາກຫຼາຍສົ້ນໃນທົ່ວປະເທດແຕ່ 1 – 1,5%. ມາຮອດປັດຈຸບັນ, ຫວຽດນາມ ບັນລຸໄດ້ເປົ້າໝາຍສະຫັດສະວັດຂອງ ສປຊ ກ່ຽວກັບການຫຼຸດຜ່ອນຄວາມທຸກຍາກກ່ອນກຳນົດເວລາ. ໃນນັ້ນ, ເລື່ອງຖືປະຊາຊົນເປັນໃຈກາງແມ່ນຂໍ້ກຸນແຈໃຫ້ແກ່ຜົນສຳເລັດໃນໂຄງການຫຼຸດຜ່ອນຄວາມທຸກຍາກແຫ່ງຊາດຂອງ ຫວຽດນາມ. ບົດຮຽນປະສົບການຂອງ ຫວຽດນາມ ແມ່ນບົດຮຽນອັນລ້ຳຄ່າໃຫ້ແກ່ບັນດາປະເທດພວມພັດທະນາ.