( vovworld ) – ວັນທີ 23/3, ຢູ່ ວິຫານ Do, ເທດສະບານມືອງ Tu Son, ແຂວງ Bac Ninh, ທ່ານ To Huy Rua, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ພ້ອມກັບບັນດາການນຳແຂວງ Bac Ninh ພ້ອມກັນຈັດພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດສະໄໝລາດຊະວົງ Ly. ນີ້ແມ່ນການເຄື່ອນໄຫວເຊິ່ງນອນໃນລາຍການສັງລວມສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງແຂວງ Bac Ninh ເພື່ອແນໃສ່ສະແດງອາລົມຈິດ, ສິນທຳກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນ້ຳທີ່ມີຕໍ່ລຸ້ນກ່ອນ ເຊິ່ງໄດ້ມີຜົນງານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ຄະນະຜູ້ແທນຖະຫວາຍທູບທຽນກໍສະແດງແນວຄິດຈິດໃຈຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄວາມເກັ່າກາສາມາດ ແລະ ເສີມຂະຫຍາຍມູນເຊື້ອອະລິຍະທຳນັບພັນໆປີ.