ຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງໄປສະນີຫວຽດນາມ

ຖະຫວາຍທູບທຽນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງໄປສະນີຫວຽດນາມ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ ຫງວຽນ​ບັກ​ຊອນ
ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​
(ພາບ: infonet.vn)


(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ໄປສະນີ​ຫວຽດນາມ (15/8/1945-15/8/2015). ຕອນ​ເຊົ້າ​ວັນ​ທີ 9/8, ຢູູ່ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ຂະ​ແໜງ​ໄປສະນີ​ຫວຽດນາມ (ຕາ​ແສງ​ແທກ​ໄຕ, ​ເມືອງ​ເຕິ​ນບຽນ, ​ແຂວງ​ໄຕ​ນິງ), ຄະນະ​ຜູ້​ແທນ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ ຫງວຽນ​ບັກ​ຊອນ ນຳ​ໜ້າ, ​ໄດ້​ມາ​​ໄຫວ້ອາ​ໄລ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເກືອບ 300 ຄົນຂອງ​ຂະ​ແໜງ​ໄປສະນີ, ​ເຊິ່ງ​ໄດ້ເສຍສະຫຼະ​ຊີວິດ​ຢູ່​ສະໜາ​ບຮົບ​ທາງ​ທິດຕາ​ເວັນ​ຕົກ​ພາກ​ໃຕ້ ​ແລະ ກຳປູ​ເຈຍ ​ໃນ​ສະ​ໄໝ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ. ກ່າວ​ຄວາມ​ເຫັນ​ທີ່​ພິທີ​ຖະຫວາຍ​ທູບ​ທຽນ, ​ທ່ານ​ລັດຖະມົນຕີ​ວ່າການ ຫງວຽນ​ບັກ​ຊອນ ​ເນັ້ນ​ໜັກ​ວ່າ, ​ໃນ​ສົງຄາມ​ສອງ​ຄັ້ງ​ເພື່ອ​ຍາດ​ເອົາ​ເອກະລາດ, ​ເອກະ​ພາບ​ໃຫ້​ປະ​ເທດ​ຊາດ, ມີ​ພະນັກງານ, ພາລະ​ກອນ​ຂະ​ແໜງ​ໄປສະນີ​ນັບ​ໝືນຄົນ ​ໄດ້​ຕໍ່ສູ້ ​ແລະ ​ເສຍສະຫຼະ​ຊີວິດ​ຢ່າງ​ພິລະ​ອາດ​ຫານ, ​ເພື່ອ​ຮັບປະກັນ​ໃຫ້ການ​ຕິດ​ຕໍ່​​ພົວພັນໃນ​ທົ່ວ​ປະ​ເທດທະລຸ​ລ່ວງ. ການ​ເສຍສະຫຼະ​ຂອງ​ບັນດາ​ພະນັກງານ, ພາລະ​ກອນ​ຂະ​ແໜງ​ໄປສະນີ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ພັກ: ລັດ ​ແລະ ຂະ​ແໜງ​ການ​ຕ່າງໆ.

ຂ່າວ/ບົດ​ອື່ນ