ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງອາຊຽນຄັ້ງທີ 5

(VOVWORLD) -ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການຄ້າ ແລະ ຜູ້ວ່າການທະນາຄານສູນກາງ ບັນດາປະເທດອາຊຽນ ຄັ້ງທີ 5 ຖືກດຳເນີນໃນວັນທີ 05 ເມສາ, ຢູ່ ຊຽງລາຍ, ປະເທດໄທ

ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງອາຊຽນຄັ້ງທີ 5  - ảnh 1 ລັດຖະມົນຕີການຄ້າບັນດາປະເທດອາຊຽນ

(ພາບ: fpo.go.th)

ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາປະຕິບັດອາຊຽນ ທີ່ເຊື່ອມໂຍງ ເພື່ອໜູນຊ່ວຍການເຕີບໂຕດ້ານເສດຖະກິດ ແລະ ເພີ່ມທະວີສະຖຽນລະພາບດ້ານການເງິນຢູ່ພາກພື້ນ ໃນສະພາບການຂາດສະຖຽນລະພາບພວມເພີ່ມຂຶ້ນ, ເກີດມາຈາກຄວາມເຄັ່ງຕຶງດ້ານການຄ້າ ແລະ ການປັບປຸງນະໂຍບາຍຂອງບັນດາພື້ນຖານເສດຖະກິດພັດທະນາ. ຖະແຫຼງການໄດ້ຊົມເຊີຍໝາກຜົນການເຊື່ອມໂຍງ ແລະ ການຫັນການບໍລິການດ້ານການເງິນເປັນເສລີ ດ້ວຍການລົງນາມໃນອະນຸສັນຍາປະຕິບັດບັນດາຄຳໝັ້ນສັນຍາຮອບທີ 8 ກ່ຽວກັບການຫັນການບໍລິການດ້ານການເງິນອາຊຽນ ເປັນເສລີ. ທ່ານລັດຖະມົນຕີການເງິນຫວຽດນາມ ດິງຕ໊ຽນຢຸງ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ເປັນເອກະພາບຢືນຢັນວ່າ ການຄ້າ ແລະ ການລົງທຶນສືບຕໍ່ແມ່ນກຳລັງໜູນຂອງການເຕີບໂຕ, ພັດທະນາ. ກອງປະຊຸມກໍ່ໄດ້ຕີລາຄາກ່ຽວກັບບັນດາການເຄື່ອນໄຫວກໍ່ຄື ບັນດາເນື້ອໃນການເງິນກວມລວມ, ພັດທະນາແບບຍືນຍົງ, ການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ແລະ ບັນດາເວທີປາໄສກ່ຽວກັບພາສີອາກອນ, ການປະກັນໄພ….”

ກອງປະຊຸມລັດຖະມົນຕີການຄ້າ ແລະ ຜູ້ວ່າການທະນາຄານສູນກາງ ບັນດາປະເທດອາຊຽນ ຄັ້ງທີ 6 ຈະໄດ້ຈັດຕັ້ງຢູ່ຫວຽດນາມ ໃນຕົ້ນເດືອນເມສາ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ