(vovworld) -ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ສີຈິ້ນຜິງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງໄດ້ໄປຢ້ຽມຢາມ ສປ ຈີນ ຢ່າງເປັນທາງການໃນລະຫວ່າງວັນທີ 7-10/4, ໃນໄລຍະຢູ່ຢ້ຽມຢາມຈີນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ. ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຈີນ ຫຼີເຄຊຽນ, ທ່ານປະທານສະພາແຫ່ງຊາດຈາງຕີຈຽງ, ປະທານສະພາປຶກສາການເມືອງປະຊາຊົນຈີນ ອີເຈີ້ງເສິງ. ທີ່ການພົບປະຕ່າງໆ, ສອງຝ່າຍເນັ້ນໜັກວ່າ, ຫວຽດນາ ແລະ ຈີນ ຈະສືບຕໍ່ມານະພະຍາຍາມປະຕິບັດທິດນຳ “ເປັນບ້ານໃກ້ເຮືອນຄຽງມິດຕະພາບ, ຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປສູ່ອະນາຄົດ“ ແລະ ຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ“ ເປັນຢ່າງດີ, ຍາມໃດກໍ່ກຳແໜ້ນທິດທາງພັດທະນາການພົວພັນຫວຽດນາມ - ຈີນ, ຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ. ສອງຝ່າຍແລກປ່ຽນຄວາມເຫັນຢ່າງຈິງໃຈ, ກົງໄປກົງມາກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກປະຕິບັດຄວາມຮັບຮູ້ລວມທີ່ສຳຄັນເຊິ່ງການນຳຂັ້ນສູງສອງພັກ, ສອງລັດບັນລຸໄດ້, ປະຕິບັດ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລຫວຽດນາມ - ຈີນ ຢ່າງເຂັ້ມງວດ. ປະຕິບັດ “DOC“ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ແລະ ບັນລຸ (COC) ໂດຍໄວ, ບົນພື້ນຖານການເຈລະຈາຢ່າງເປັນເອກະພາບ, ບໍ່ມີການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການສົມທົບກັນໃນຂອບເຂດຫຼາຍຝ່າຍຄື: ສະຫະປະຊາຊາດ, APEC, ອາຊຽນ - ຈີນ.
ໃນໄລຍະຢູ່ຢ້ຽມຢາມຈີນ, ສອງຝ່າຍໄດ້ລົງນາມໃນ “ແຜນການຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດຈີນ ໄລຍະ 2016-2020", “ສັນຍາກ່ຽວກັບການຮ່ວມມືພາຕົວລະຫວ່າງຫວຽດນາມ - ຈີນ", “ຂໍ້ຕົກລົງກ່ຽວກັບບັນດາບັນຫາພາສີສຳລັບໂຄງການສຳຫຼວດລວມຊັບພະຍາກອນນຳ້ມັນອາຍແກສຢູ່ອ່າວພາກເໜືອລະຫວ່າງຫວຽດນາມ - ຈີນ“; “ບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ ສສ ຫວຽດນາມ" ແລະ ກະຊວງປ້ອງກັນປະເທດ ສປ ຈີນ ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ”, “ບົດບັນທຶກຊ່ວຍຈຳກ່ຽວກັບເລື່ອງສ້າງຕັ້ງກຸ່ມປະຕິບັດງານຮ່ວມມືກ່ຽວກັບພື້ນຖານໂຄງລ່າງທາງບົກ” (MOU) ລະຫວ່າງກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ຄະນະກຳມະການປະຕິຮູບ ແລະ ພັດທະນາແຫ່ງຊາດ ຈີນ” ແລະ “ບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຜະລິດຮູບເງົາໂທລະພາບຫົວເລື່ອງສະເພາະລະຫວ່າງໂທລະພາບ ຫວຽດນາມ ແລະ ໂທລະພາບສູນກາງຈີນ”.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຂອບໃຈທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ ຈີນ ສີຈິ້ນຜິງ ແລະ ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ກ່ຽວກັບການຕ້ອນຮັບຢ່າງສົມກຽດ, ສະໜິດສະໜົມ ແລະ ມິດຕະພາບ, ເຊື້ອເຊີນທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ໄດ້ຂອບໃຈ ແລະ ຮັບຄຳເຊີນດ້ວຍຄວາມເບີກບານມ່ວນຊື່ນ.