ທຸກໆ​ໂຮງ​ໝໍ​ຢູ່​ນະ​ຄອນ​ໂຮ​່ຈີ​ມິນ ຜັນ​ຂ​ະ​ຫຍາຍ​ການ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ແບບ​ເອ​ເລັກ​ໂຕ​ນິກ

(VOVWORLD) -ຕາມແຜນການແລ້ວ, ຄາດວ່າຮອດວັນທີ 15 ມີນາ ປີ 2021, ພະແນກສາທາລະນະສຸກຈະຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກໄປຍັງທຸກໆ ຄລີນິກຫຼາຍຂະແໜງ ແລະ ສຸກສາລາ ໃນບໍລິເວນນະຄອນ.
ທຸກໆ​ໂຮງ​ໝໍ​ຢູ່​ນະ​ຄອນ​ໂຮ​່ຈີ​ມິນ ຜັນ​ຂ​ະ​ຫຍາຍ​ການ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ແບບ​ເອ​ເລັກ​ໂຕ​ນິກ - ảnh 1ແນະນຳໃຫ້ຄົນເຈັບແຈ້ງອາການສຸຂະພາບທາງເອເລັກໂຕນິກ (ພາບ: tuoitre.vn)

ໄລ່ຮອດວັນທີ 3 ມີນາ, ໂຮງໝໍ 130 ແຫ່ງ ຂອງ ລັດ ແລະ ເອກະຊົນ ໃນບໍລິເວນນະຄອນໂຮ່ຈີມິນ ທັງໝົດ ໄດ້ຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກ ດ້ວຍໂປແກຼມຂອງພະແນກສາທາລະນະສຸກສ້າງຂຶ້ນ.

ຕາມແຜນການແລ້ວ, ຄາດວ່າຮອດວັນທີ 15 ມີນາ ປີ 2021, ພະແນກສາທາລະນະສຸກຈະຜັນຂະຫຍາຍການແຈ້ງອາການສຸຂະພາບທາງເອເລັກໂຕນິກໄປຍັງທຸກໆ ຄລີນິກຫຼາຍຂະແໜງ ແລະ ສຸກສາລາ ໃນບໍລິເວນນະຄອນ.

ມາຮອດປັດຈຸບັນ ບັນດາໂຮງໝໍໃນບໍລິເວນນະຄອນ ໂຮ່ຈີມິນລ້ວນແຕ່ໄດ້ຮັບການຕີລາຄາບັນລຸລະດັບຄວາມປອດໄພໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຈາກ ພະແນກສາທາລະນະສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ