ທັງລະບົບການເມືອງ ຈະເຮັດຈົນສຸດຄວາມ ສາມາດຂອງຕົນເພື່ອພັດທະນາການສຶກສາ
ພິທີຍ້ອງຍໍນັກຮຽນຍາດໄດ້ລາງວັນ Olympic ສາກົນ
ແລະ ເສັງຈົບມະຫາວິທະຍາໄລປີ 2013
(ພາບ: chinhphu.vn)
(vovworld) - ກ່າວຄຳເຫັນທີ່ພິທີຍ້ອງຍໍນັກຮຽນຍາດໄດ້ລາງວັນ Olympic ສາກົນ ແລະ ເສັງຈົບມະຫາວິທະຍາໄລປີ 2013 ໄດ້ທີ່ໜຶ່ງ, ເຊິ່ງດຳເນີນໃນຕອນຄໍ່າວັນທີ 02 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເນັ້ນໜັກວ່າ ການພັດທະນາຂອງຊາດໜຶ່ງ, ປະເທດໜຶ່ງແມ່ນອິ່ງໃສ່ລະດັບຄວາມຮູ້ ແລະ ການກະທຳທີ່ຖືກຕ້ອງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມມານະພະຍາຍາມປືນຕົວຂຶ້ນຍາດໄດ້ຜົນງານສູງກ່ຽວກັບພູມປັນຍາ ແລະ ຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດ ເຕັກໂນໂລຊີ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ພັກ, ລັດ ແລະ ທັງລະບົບການເມືອງຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອພັດທະນາພາລະກິດການສຶກສາບຳລຸງສ້າງຢ່າງວ່ອງໄວ, ຮອບດ້ານ ເພາະວ່ານີ້ເປັນຂອດບຸກທະລຸຍຸດທະສາດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
“ໃນຊຸມມືນີ້, ກອງປະຊຸມຄັ້ງທີ 8, ຄະນະບໍລິຫານງານສູນກາງພັກ ພວມຊຸມໃສ່ປຶກສາຫາລືແຜນຮ່າງ “ປ່ຽນໃໝ່ການສຶກສາ ແລະ ບຳລຸງສ້າງເປັນພື້ນຖານ, ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ໃນເງື່ອນໄຂເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນ”. ພວກຂ້າພະເຈົ້າຕ້ອງປ່ຽນໃໝ່ຈີນຕະນາການສຶກສາ, ປ່ຽນໃໝ່ການຄຸ້ມຄອງດ້ານການສຶກສາ ເພື່ອບຳລຸງສ້າງຊາວຫວຽດນາມ ໃຫ້ພັດທະນາຢ່າງຮອບດ້ານ. ລະບົບສຶກສາຕ້ອງໄດ້ຫັນເປັນມາດຖານທັນສະໄໝ, ຫັນເປັນສັງຄົມ, ປະຊາທິປະໄຕ, ເຊື່ອມໂຍງເຂົ້າກັບສາກົນ; ຕາມທິດສັງຄົມນິຍົມ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດຫວຽດນາມ.”
ທີ່ພິທີ, ທ່ານນາຍົກລັດຖະມົນຕີ ໄດ້ມອບຫຼຽນໄຊແຮງງານຊັ້ນ 3 ຂອງປະທານປະເທດ ແລະ ໃບຍ້ອງຍໍຂອງນາຍົກລັດຖະມົນຕີໃຫ້ແກ່ນ້ອງ ໂຫງຟີລອງ ຢູ່ແຂວງເຊີນລາ ເຊິ່ງຍາດໄດ້ຫຼຽນຄຳ Olympic ໃນ 2 ປີຢ່າງລຽນຕິດ ລະດັບພາກພື້ນ ແລະ ສາກົນ.