ທູດການທະຫານ ຕ່າງປະເທດປະຈຳ ຫວຽດນາມ ຕີລາ ຄາສູງນະໂຍບາຍ ຊົນເຜົ່າຢູ່ຫວຽດນາມ
ພາບປະກອບ
(vovworld) – ໂດຍປະຕິບັດແຜນການການຕ່າງປະເທດປ້ອງກັນປະເທດປີ 2012, ແຕ່ວັນທີ 1/7 ຮອດປີ 6/7, ກົມຕ່າງປະເທດ, ສັງກັດກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງໃຫ້ຄະນະທູດການທະຫານຕ່າງປະເທດປະຈຳຫວຽດນາມ ໄປຢ້ຽມຢາມບາງແຂວງພາກກາງ ແລະ ໄຕງວຽນ. ໃນການປະຕິບັດງານຄັ້ງນີ້, ຄະນະທູດການທະຫານຕ່າງປະເທດ ໄດ້ໄປຢ້ຽມຢາມກອງບັນຊາການທະຫານ, ຄະນະກຳມະການປະຊາຊົນນະຄອນ ກູຍເຍີນ ແຂວງ ບິນດິ້ງ. ຢູ່ແຂວງ ຢາລາຍ, ຄະນະໄດ້ລົງຢ້ຽມຢາມກອງບັນຊາການທະຫານພົນລະພາກຫຼວງ 15, ບໍລິສັດ 72, 75, ຢ້ຽມຢາມບ້ານຈຳນວນໜຶ່ງຢູ່ແຂວງ ບິນດິ້ງ, ຢາລາຍ ແລະ ກອນຕຸມ. ພັນເອກ Didier Oustric, ທູດການທະຫານຝຣັ່ງ, ຫົວໜ້າຄະນະຜູ້ແທນທູດການທະຫານຕ່າງປະເທດປະຈຳຫວຽດນາມ, ຕີລາຄາສູງນະໂຍບາຍຊົນເຜົ່າ ແລະ ສິດເສລີໃນການເຫຼືອມໃສສາສະໜາຂອງລັດຖະບານຫວຽດນາມ. ຄະນະກໍເຫັນໄດ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງບັນດາກົມກອງການທະຫານ ທີ່ເຮັດເສດຖະກິດ, ຊ່ວຍປະຊາຊົນລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ ສາມາດຖືວ່າ: ແມ່ນຮູບແບບນຳໃຊ້ໃນກອງທັບບາງປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ. ການຢ້ຽມຢາມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນເລື່ອງເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ, ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວວມືລະຫວ່າງ ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະເທດຕ່າງໆ ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາ.