ທູດພິເສດຂອງ ນາຍົກລັດຖະມົນຕີ ຫວຽດນາມ ຢ້ຽມຢາມ ນີກາຣາກວາ ຢ່າງເປັນທາງການ
(VOVWORLD) - ວັນທີ 24 ພຶດສະພາ, ໃນຂອບເຂດການຢ້ຽມຢາມ Nicaragua ຢ່າງເປັນທາງການ, ທ່ານ ຟ້າມແຊງເຈົາ, ທູດພິເສດຂອງ ນາຍົກລັດຖະມົນຕີ ຫວຽດນາມ, ໄດ້ເຮັດວຽກກັບ ທ່ານ Denis Moncada Colindres
(ພາບປະກອບ) |
ລັດຖະມົນຕີກະຊວງການຕ່າງປະເທດ ນີກາຣາກວາ ເພື່ອປຶກສາຫາລືວຽກງານປັບປຸງການພົວພັນທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ປະຊາຊົນ ນີກາຣາກວາ ແລະ ຊາດຫວຽດນາມ. ທ່ານ Denis Moncada Colindres ລັດຖະມົນຕີກະຊວງການຕ່າງປະເທດກໍ່ ຢັ້ງຢືນການສະໜັບສະໜູນຂອງ ນີກາຣາກວາ ກ່ຽວກັບເລື່ອງທີ່ ທ່ານ ຟ້າມແຊງເຈົາ ອອກສະໝັກເລືອກຕັ້ງຕຳແໜ່ງຜູ້ອຳນວຍການໃຫຍ່ອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະປະຊາຊາດ (UNESCO) ໃນອາຍຸການຈະມາເຖິງ.
ໃນການຢ້ຽມຢາມຄັ້ງນີ້, ທ່ານ ຟ້າມແຊງເຈົາ ມີການພົບປະກັບການນຳຄະນະກຳມະການສຶກສາແຫ່ງຊາດ ນີກາຣາກວາ (CNE).