ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມວາລະປະຊຸມທຳອິດ
ຂອງຄະນະຊີ້ນຳ, ສະຫຼຸບບາງບັນຫາທິດສະດີ - ພຶດຕິກຳຕົວຈິງຂອງ 30 ປີ ແຫ່ງການປ່ຽນໃໝ່
(ພາບ: vietnamplus.vn)
(vovworld) – ວຽກງານສະຫຼຸບບາງບັນຫາທິດສະດີ - ພຶດຕິກຳຕົວຈິງຂອງ 30 ປີ ແຫ່ງການປ່ຽນໃໝ່ ແມ່ນວຽກງານໃຫຍ່, ມີຄວາມຈຳເປັນ ແລະ ສຳຄັນ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນສິ່ງດັ່ງກ່າວທີ່ວາລະປະຊຸມທຳອິດຂອງຄະນະຊີ້ນຳ, ສະຫຼຸບບາງບັນຫາທິດສະດີ - ພຶດຕິກຳຕົວຈິງຂອງ 30 ປີ ແຫ່ງການປ່ຽນໃໝ່ (1986-2016), ເຊິ່ງດຳເນີນໃນວັນທີ 25/9 ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ ຄະນະຊີ້ນຳຄວນສຸມໃສ່ຈຸດສຸມໃນ 10ປີ 2006-2016, ບັນດາມາດຕະການ, ຂໍ້ສະເໜີຈຶ່ງຖືກຕ້ອງ, ແທດຈິງ, ມີປະສິດທິຜົນ ເພື່ອປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ສະເໜີວ່າ:
“ສະຫຼຸບແມ່ນຕ້ອງສັງເກດຢ່າງຮອບດ້ານ, ເຫັນໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ສິ່ງທີ່ຈຳກັດ, ເຫັນໄດ້ບັນດາບັນຫາໃໝ່ທີ່ພວມວາງອອກ, ບັນດາບັນຫາເກົ່າແຕ່ຍັງບໍ່ທັນແກ້ໄຂ. ສິ່ງສຳຄັນແມ່ນບໍ່ໄດ້ຫຼີກເວັ້ນຄວາມຈິງ, ຕ້ອງເຫັນໄດ້ຄວາມຈິ່ງຢ່າງກົງໄປກົງມາ, ພາວະວິໄສ, ແຜນນະໂຍບາຍໃນຕໍ່ໜ້າຈິ່ງຖືກຕ້ອງ“