ທຶນODAຂອງແດນມາກ ສະຫງວນໃຫ້ຫວຽດນາມ ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດສັງຄົມ

ທຶນODAຂອງແດນມາກ ສະຫງວນໃຫ້ຫວຽດນາມ ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດສັງຄົມ - ảnh 1

(ພາບ: http://nguyentandung.org )

(vovworld)- ​ ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ທີ່​ການ​ຕ້ອນຮັບ​ທ່ານ John Nielsen ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ປະຈຳ​ຫວຽດນາມ ​ໃນ​ຕອນ​ເຊົ້າວັນ​ທີ 30/12 ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ຊີ້​ແຈ້ງວ່າ: ສະພາ​ແຫ່ງ​ຊາດ, ປຊຊ ຫວຽດນາມ ຍາມ​ໃດ​ກໍ່​ຈົດ​ຈຳ ​ແລະ ຂອບ​ອົກ​ຂອບໃຈ​ການ​ສະໜັບສະໜູນ​ອັນ​ລ້ຳຄ່າ ​ແລະ ສຳຄັນ​ຊື່​ງ​ແດນ​ມາກ ສະຫງວນ​ໃຫ້​ແກ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ​ຫວຽດນາມ ​ໄດ້​ນຳ​ໃຊ້ແຫຼ່ງນທຶນ​ຊ່ວຍ​ເຫຼືອ ODA ທີ່​ໃຫ່ຍຫຼວງ ​ແລະ ຕໍ່​ເນື່ອງຂອງ​ແດນ​ມາກ ມີ​ປະສິດທິ​ຜົນ​ທີ່​ສຸດ.

  ສ່ວນ​ທ່ານ​ John Nielsen ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ປະຈຳ​ຫວຽດນາມ ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ປ່ຽນ​ໃໝ່​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ບັນດາ​ນະ​ໂຍບາຍ​ດຶງດູດ​ເງິນ​ລົງທຶນ​ໂດຍ​ຜ່ານ​ການ​ປັບປຸງ​ກົດໝາຍ. ທ່ານ​ເອກ​ອັກຄະ​ລັດຖະທູດ John Nielsen ​​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແດນ​ມາກ​ຈະ​ສືບ​ຕໍ່​ສະໜອງ​ແຫຼ່ງທຶນ ODA ​ໃຫ້​ແກ່ຫວຽດນາມ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຂົງ​ເຂດ​ການປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ, ວັດທະນະທຳ​ການ​ສຶກສາ./.

ຂ່າວ/ບົດ​ອື່ນ