ທີ່ປຶກສາກະຊວງພາຍໃນຍີ່ປຸນ: ປັບປຸງການພົວພັນກັບຈີນ ແມ່ນບັນຫາການທູດສຳຄັນທີ່ສຸດ
(ກຳ່ປັ່ນຮົບຂອງ ຍີ່ປຸ່ນ)
(vovworld) - ວັນທີ 10/02, ທ່ານ Shotaro Yachi, ທີ່ປຶກສາພິເສດຂອງກະຊວງພາຍໃນຍີ່ປຸ່ນ ໃຫ້ຮູ້ວ່າ, ບັນຫາການທູດສຳຄັນທີ່ສຸດສຳລັບຍີ່ປຸ່ນ ໃນທົດສະວັດຈະມາເຖິງ ແມ່ນຊອກຫາມາດຕະການພັດທະນາການພົວພັນກັບຈີນ. ຕອບສຳພາດຕໍ່ສຳນັກຂ່າວສານ Kyodo, ທ່ານ Yachi, ອະດີດຮອງລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການດຳເນີນການເຈລະຈາ “ຢູ່ຫຼາຍຂັ້ນ” ກັບຈີນ ເພື່ອແນໃສ່ປັບປຸງການພົວພັນລະຫວ່າງ 2 ປະເທດ ຍ້ອນບັນດາການໂຕະຖຽງກັນທີ່ກ່ຽວຂ້ອງເຖິງບັນຫາອະທິປະໄຕຜືນແຜນດິນ, ເຂດນານທະເລຮວາຕຸງ. ຕາມທ່ານແລ້ວ, ຈີນ ແມ່ນປະເທດສຳຄັນໃນນະໂຍບາຍການຕ່າງປະເທດຍຸດທະສາດຂອງຍີ່ປຸ່ນ. ກ່ຽວກັບເລື່ອງກໍ່າປັ່ນຈີນ ບັນຊາກຳລັງໄຟໃສ່ກຳ່ປັ່ນຮົບຂອງ ຍີ່ປຸ່ນ ໃນທະເລ ຮວາຕຸງ, ທ່ານ Yachi ເນັ້ນໜັກວ່າ ເນັ້ນແມ່ນການກະທຳທີ່ “ອັນຕະລາຍທີ່ສຸດ ແລະ ລະເມີດກົດໝາຍຂອງປະຊາຄົມໂລກ”. ແລະ ກໍໃນວັນດຽວກັນ, ກໍ່າປັ່ນລາດຕາເວັນ 4 ລ້ຳຂອງຈີນ ໄດ້ດຳເນີນການລາດຕາເວັນຢູ່ໃກ້ກັບໝູ່ເກາະທີ່ພວມມີການພິພາດອະທິປະໄຕ Senkaku ເຊິ່ງຝ່າຍຈີນເອີ້ນວ່າ ຕຽວອີ. ນີ້ເປັນຄັ້ງທຳອິດທີ່ກໍ່າປັ່ນຂອງຈີນ ເຂົ້າເຂດນານທະເລດັ່ງກ່າວ ພາຍຫຼັງທີ່ກໍ່າປັ່ນສູ້ຮົບຈີນ ບັນຊາກຳລັງໄຟໃສ່ກຳ່ປັ່ນຮົບຂອງ ຍີ່ປຸ່ນ ເມື່ອວັນທີ 05/02 ຜ່ານມາ.