ທິມບານເຕະຍິງ ຫວຽດນາມ ກັບຄືນປະເທດ ພາຍຫຼັງການແຂ່ງຂັນໄດ້ເຂົ້າຮອບຊິງຊະນະເລີດ World Cup ຍິງ 2023
(VOVWORLD) - ຕອນເຊົ້າວັນທີ 10 ກຸມພາ, ທິມບານເຕະຍິງ ຫວຽດນາມ ໄດ້ກັບຄືນປະເທດ, ພາຍຫຼັງປະຕິບັດສຳເລັດໜ້າທີ່ຢ່າງດີເລີດ ດ້ວຍເລື່ອງເປັນຄັ້ງທຳອິດໃນປະຫວັດສາດ ທີ່ໄດ້ເຂົ້າຮອບແຂ່ງຂັນຊິງຊະນະເລີດ FIFA World Cup ຍິງ 2023.
ບັນດາສະມາຊິກໃນທິມບານເຕະຍິງ ຫວຽດນາມ ທີ່ພິທີຕ້ອນຮັບກັບຄືນປະເທດ |
ກ່າວຄຳເຫັນທີ່ພິທີຕ້ອນຮັບເຊິ່ງຈັດຂຶ້ນຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮວ່າງດ້າວເກືອງ ເນັ້ນໜັກວ່າ ໄຊຊະນະຂອງທິມບານເຕະຍິງ ແມ່ນໄຊຊະນະທີ່ເຕັມໄປດ້ວຍຄວາມເປັນກຽດສະຫງ່າ, ສະແດງໃຫ້ເຫັນຄວາມມານະພະຍາຍາມ ພ້ອມດ້ວຍເຈດຈຳນົງອັນກ້າແກ່ນຂອງສະມາຊິກທຸກຄົນ ໃນຂະນະທີ່ຈະເດີນທາງໄປເຂົ້າຮ່ວມການແຂ່ງຂັນຢູ່ ອິນເດຍ, ມີສະມາຊິກເກືອບເຄິ່ງໜຶ່ງຕິດໂຄວິດ - 19.
ຕາມສະຫະພັນບານເຕະ ຫວຽດນາມ ແລ້ວ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເຊັນຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ໃຫ້ແກ່ 29 ສ່ວນບຸກຄົນທີ່ມີຜົນງານດີເດັ່ນໃນ ການແຂ່ງຂັນຊີງລາງວັນຊະນະເລີດ ບານເຕະຍິງ ອາຊີ ແລະ ໄດ້ເຂົ້າຮອບຊິງຊະນະເລີດບານເຕະຍິງ ໂລກ ປີ 2023.