ທົ່ວປວງຊົນພ້ອມກັນກະທຳເພື່ອຄວາມປອດໄພທາງຄົມມະນາຄົມ

ທົ່ວປວງຊົນພ້ອມກັນກະທຳເພື່ອຄວາມປອດໄພທາງຄົມມະນາຄົມ - ảnh 1
(ພິທີ​ອາ​ໄລ​ຫາ​​ຜູ້​ເສຍ​ຊີວິດ​ຢ້ອນ​ອຸ​ບັດ​ຕິ​ເຫດທາງ​ຄົມມະນາຄົມ)

(vovworld) – “ອາ​ໄລ​ຫາ​ຜູ້​ເສຍ​ຊີວິດ - ​ເພື່ອ​ຜູ້​ຍັງ​ມີ​ຊີວິດ” ​ແມ່ນ​ຂໍ້​ມູນ​ເຊິ່ງຄະນະ​ກຳມະການ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ແຫ່ງ​ຊາດຍົກ​ອອກ​ມາ ທີ່​ພິທີ​ອາ​ໄລ​ຫາ​​ຜູ້​ເສຍ​ຊີວິດ​ຢ້ອນ​ອຸ​ບັດ​ຕິ​ເຫດທາງ​ຄົມມະນາຄົມ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 16/11, ຢູ່ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມປາດ​ຖະໜາ​ວ່າ, ປະຊາ​ຊົນ​ແຕ່ລະຄົນ​ຕ້ອງມີ​ການ​ກະທຳ​ເພື່ອ​ຄວາມ​ປອດ​ໄພ​ຂອງຜູ້​ຍັງມີ​ຊີວິດ, ​ເພື່ອ​ການ​ພັດທະ​ນາ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ພ້ອມ​ກັບປະຊາຊົ​ນ​ທຸກ​ຊັ້ນ​ວັນນະ ຕ້ອງ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ໃຫ້​ຄົມ​ມະ​ນາ​ຄົມ​ຫວຽດນາມ ນັບ​ມື້​ນັບ​ສີວິ​ໄລ​ກວ່າ, ປອດ​ໄພ​ກວ່າ. ຕ້ອງ​ດຳລົງ​ຊີ​ວິດຢ່າງ​ມີສະຕິ​, ມີຄວາມຮັບຜິດຊອບ​ຕໍ່​ຕົນ​ເອງ, ຄອບ​ຄົວ ​ແລະ ສັງຄົມ​ເພື່ອ​ບໍ່​ປະ​ໃຫ້​ເກີດ​ບັນດາ​ອຸບັດ​ຕິ​ເຫດ​ອີກ. ພ້ອມກັນ​ນັ້ນ, ພວກ​ເຮົາ​ຈົ່ງພ້ອມ​ກັນ​ແບ່ງປັນ​ຄວາມ​ເສຍ​ຫາຍກັບຜູ້​ຖືກ​ອຸບັດ​ຕິ​ເຫດ ​ແລະ ຄອບຄົວ​ຜູ້​ຖືກ​ອຸບັດ​ຕິ​ເຫດທາງ​ຄົມມະນາຄົມ”.

        ພິທີ​ອາ​ໄລ​ຫາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະໜັບສະໜູນ​ວັດ​ໂລກ​ອາ​ໄລ​ຫາ​ບັນດາ​ຜູ້​ຖືກ​ເສຍ​ຊີວິດ​ຍ້ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ປີ 2014.

ຂ່າວ/ບົດ​ອື່ນ