(vovworld) - ໂດຍຕອບສະໜອງຄຳຮຽກຮ້ອງຂອງຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນຕ່າງໆ ສືບຕໍ່ຈັດຕັ້ງການບໍລິຈາກໜູນຊ່ວຍປະຊາຊົນບັນດາແຂວງພາກກາງທີ່ປະສົບຄວາມເສຍຫາຍຈາກພະຍຸ Wutip, ເພື່ອປະກອບສ່ວນຟື້ນຟູການຜະລິດ ແລະ ຮັກສາຊີວິດການເປັນຢູ່ເປັນປົກກະຕິໂດຍໄວ.
ຕອນເຊົ້າວັນທີ 04 ຕຸລາ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງການປຸກລະດົມທົ່ວກອງທັບບໍລິຈາກເງິນໄດ້ 4 ຕື້ດົ່ງ ເພື່ອສົ່ງເຖິງບັນດາແຂວງທີ່ປະສົບຄວາມເສຍຫາຍ. ກ່ອນໜ້ານັ້ນ, ວັນທີ 03 ຕຸລາ, ພະນັກງານ, ລັດຖະກອນກະຊວງການຕ່າງປະເທດຫວຽດນາມ ກໍ່ບໍລິຈາກເງິນໄດ້ 226 ລ້ານດົງ; ກຳມະກອນ, ພາລະກອນຂະແໜງໄຟຟ້າ ສະໜັບສະໜູນ 500 ລ້ານດົງ... ເປັນອັນວ່າ, ພາຍໃນເວລາພຽງ 2 ວັນ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຮັບຈຳນວນເງິນກວ່າ 29 ຕື້ດົງຊ່ວຍເຫຼືອປະຊາຊົນພາກກາງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ, ປະທານແນວໂຮມປະເທດຊາດຫວຽດນາມ, ຕີລາຄາສູງນ້ຳໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນທົ່ວປະເທດ.
“ປະຈຸບັນ, ຢູ່ບັນດາແຂວງພາກກາງມີເຮືອນກ່ວາ 220.000 ຫຼັງຖືກເປເພ ແລະ ປະຊາຊົນ 1,1 ລ້ານຄົນບໍ່ມີບ່ອນຢູ່. ສະນັ້ນ, ການບໍລິຈາກຄືແນວນີ້ແມ່ນລ້ຳຄ່າທີ່ສຸດ. ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າ ຈະໃຊ້ຈຳນວນເງິນທີ່ປະຊາຊົນບໍລິຈາກນັ້ນຢ່າງມີປະສິດທິຜົນທີ່ສຸດ. ຂໍຂອບອົກຂອບໃຈປະຊາຊົນໃນທົ່ວປະເທດທີ່ໄດ້ຕອບສະໜອງການໜູນຊ່ວຍໃຫ້ແກ່ປະຊາຊົນຢູ່ບັນດາແຂວງພາກກາງ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.”
ໃນຂະນະນັ້ນ, ສະມາຄົມກາແດງແຂວງ ກວາງບິ່ງ ໄດ້ຈັດຕັ້ງບັນດາຄະນະຜູ້ແທນໄປຢື້ຢາມຖາມຂ່າວຜູ້ຖືກບາດເຈັບທີ່ພວມປິນປົວຢູ່ໂຮງໝໍ, ສຸກສາລາ ແລະ ໜູນຊ່ວຍບັນດາຄອບຄົວທີ່ມີຜູ້ເສຍຊີວິດ ຄອບຄົວລະ 3 ລ້ານດົງ. ທ່ານ ກາວກວາງແກງ, ປະທານສະມາຄົມກາແດງແຂວງກວາງບິ່ງ ໃຫ້ຮູ້ວ່າ, ໄລ່ມາຮອດຈຸດເວລານີ້ຈຳນວນເງິນ ແລະ ຂອງຂວັນເຊິ່ງສະມາຄົມກາແດງແຂວງກວາງບິ່ງ ກູ້ຊ່ວຍແມ່ນ 150 ລ້ານດົງ.
“ປະຈຸບັນ ພວກຂ້າພະເຈົ້າໄດ້ຜັນຂະຫຍາຍວຽກງານສຳຫຼວດຕີລາຄາຄວາມເສຍຫາຍເງື່ອນໄຂດຳລົງຊີວິດຂອງປະຊາຊົນຢູ່ເຂດຈຸດສຸມປະສົບໄພທຳມະຊາດຢ່າງໜັກໜ່ວງທີ່ສຸດ. ໃນນັ້ນເອົາໃຈໃສ່ເປັນພິເສດເຖິງບັນດາຄອບຄົວທີ່ທຸກຍາກ, ຄອບຄົວນະໂຍບາຍ, ຄົນພິການ ເພື່ອມີແຜນການໄລຍະຍາວ, ສະເໜີຕໍ່ສູນກາງ ແລະ ສະຫະສະມາຄົມກາແດງສາກົນ ມີໂຄງການໜູນຊ່ວຍໃຫ້ປະຊາຊົນຟື້ນຟູຊີວິດການເປັນຢູ່ພາຍຫຼັງພະຍຸ”.