(VOVWORLD) -ໄລ່ຮອດເວລາ 1 ໂມງຂອງວັນທີ 18 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 55,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.342.864 ຄົນ.
(ພາບປະກອບ: Reuters)
|
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ພະຈິກ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ກວ່າ 55,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 1.342.864 ຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 11,7 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດ 254.000 ຄົນ.
ເອີລົບ ພວມແມ່ນໃຈກາງແຜ່ລະບາດຂອງໂລກ, ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 14,9 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 342.500 ຄົນ. ຖັດຈາກນັ້ນແມ່ນບັນດາປະເທດອາເມລິກາລາຕິງ ແລະ ກາຣີເບ. ຢູ່ອາຊີ ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 11,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 183.000 ຄົນ.