ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ຈຳນວນກ່ວາ 47,3 ລ້ານຄົນ

(VOVWORLD) - ຕາມເວັບໄຊ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 03 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ-19 ກ່ວາ 47,3 ລ້ານຄົນ, ໃນນັ້ນ ມີກ່ວາ 1,2 ລ້ານຄົນເສຍຊີວິດ. 
ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ຈຳນວນກ່ວາ 47,3 ລ້ານຄົນ - ảnh 1ທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ຈຳນວນກ່ວາ 47,3 ລ້ານຄົນ. ພາບປະກອບ/Reuters

  ອາເມລິກາ ຍັງແມ່ນປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ກ່ວາ 9.567.157 ຄົນ ແລະ ມີ 236.986 ຄົນເສຍຊີວິດ. ຖັດມາແມ່ນປະເທດ ອິນເດຍ ດ້ວຍຈຳນວນຜູ້ຕິດເຊື້ອ 8,2 ລ້ານຄົນ, ໃນນັ້ນ ມີກ່ວາ 123.000 ຄົນເສຍຊີວິດ.  ບຣາຊິນ ຢືນອັນດັບທີ 3 ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 5,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກ່ວາ 160.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ