ວັນກະວີຫວຽດນາມ ຢູ່ ວັນມ໋ຽວ - ກວົກຕືຢ໋າມ
(ພາບປະກອບ)
(vovworld) – ວັນກະວີຫວຽດນາມຖືກຈັດຕັ້ງແຕ່ວັນທີ 22-26/2 ຢູ່ 40 ແຂວງ, ນະຄອນໃນທົ່ວປະເທດ. ວັນມ໋ຽວ - ກວົກຕືຢ໋າມ (ມະຫາວິທະຍາໄລແຫ່ງທຳອິດຂອງຫວຽດນາມ) ຢູ່ນະຄອນຫຼວງ ຮ່າໂນ້ຍ ແມ່ນສະຖານທີ່ຕົ້ນຕໍ່ຂອງວັນກະວີຫວຽດນາມ. ”ໄວໜຸ່ມກັບປະເທດຊາດ” ແມ່ນຫົວຂໍ້ຂອງວັນກະວີຫວຽດນາມປີ 2013 ເຊິ່ງໄຂຂຶ້ນໃນຕອນເຊົ້າວັນທີ 24/2 ຢູ່ ວັນມ໋ຽວ - ກວົກຕືຢ໋າມ. ກ່າວຄວາມເຫັນໄຂພິທີ, ນັກກະວີ ຫືວຖີງ, ປະທານສະມາຄົມນັກປະພັນຫວຽດນາມ, ຊີ້ແຈ້ງວ່າ:
”ວັນກະວີປີນີ້, ນອກຈາກກະວີທີ່ເປັນມູນເຊື້ອແລ້ວ, ຍັງມີການເຂົ້າຮ່ວມຂອງບັນດາຄູອາຈານ, ນັກສຶກສາມະຫາວິທະຍາໄລ ແລະ ນັກຮຽນມັດຖະຍົມຕອນປ່າຍ ເປັນຈຳນວນຫຼວງຫຼາຍ. ວັນກະວີປີນີ້ແມ່ນການສົມທົບທີ່ດີງາມລະຫວ່າງອະດີດຕະການ ແລະ ປະຈຸບັນ, ລະຫວ່າງປະເທດຊາດ ແລະ ໄວໜຸ່ມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
ຄຽງຂ້າງການເຄື່ອນໄຫວວາງສະແດງບົດກະວີ, ອ່ານກະວີແລ້ວ, ວັນກະວີ ວັນມ໋ຽວ - ກວົກຕືຢ໋າມ ປີນີ້ຍັງມີການເຄື່ອນໄຫວຫຼາຍຢ່າງຄື: ງານວາງສະແດງແຜນທີ່ຕົ້ນສະບັບທີ່ຢັ້ງຢືນອະທິປະໄຕທະເລ, ໝູ່ເກາະຂອງຫວຽດນາມຢູ່ທະເລຕາເວັນອອກ, ງານວາງສະແດງ 70 ປີ ແຫ່ງວັດທະນະທຳກູ້ຊາດ…
ວັນທີ 24/2, ຢູ່ຮ່ານາມ ກໍ່ຈັດຕັ້ງງານບຸນກະວີ ດ້ວຍຫົວຂໍ້ວ່າ ”ໄວໜຸ່ມກັບປະເທດຊາດ”. ບັນດານັກກະວີໄດ້ແນະນຳບົດກະວີຂອງຕົນທີ່ຍ້ອງຍໍກ່ຽວກັບບ້ານເກີດເມືອງນອນ, ປະເທດຊາດ, ບຸນຄູນຂອງພັກກອມມູນິດຫວຽດນາມ ແລະ ປະທານ ໂຮ່ຈີມິນ ທີ່ມີຕໍ່ປະເທດຊາດ.
ຕອນຄຳ່ວັນທີ 24/2, ນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບພັນເທື່ອຄົນໄດ້ພາກັນໄປນະຄອນ ໂຮ້ຍອານ, ແຂວງກວາງນາມ ເພື່ອເຂົ້າຮ່ວມວັນກະວີຫວຽດນາມ, ກໍ່ຄືການເຄື່ອນໄຫວສິລະປະວັດທະນະທຳອື່ນໆຂອງນະຄອນ. ດວນຈາງ, ນັກທ່ອງທ່ຽວມາຈາກແຂວງ ວິ້ງລອງ, ແບ່ງປັນວ່າ:
”ມາ ໂຮ້ຍອານ ໄດ້ເຂົ້າຮ່ວມງານບຸນພິເສດໃນປີ. ພວກນ້ອງມີໂອກາດຊອກຮູ້ຕື່ມກ່ຽວກັບວັດທະນະທຳທີ່ເປັນເອກະລັກພິເສດທີ່ມີມາແຕ່ດົນນານຂອງນະຄອນນີ້. ”
ຕອນເຊົ້າວັນທີ 24/2 ແຂວງກວາງຫງາຍ ແລະ ແຂວງ ທ້າຍງຽວນກໍ່ຈັດຕັ້ງວັນກະວີຫວຽດນາມ ເຊັ່ນດຽວກັນ.