ທ້ອງຖິ່ນຕ່າງໆຕັ້ງໜ້າໃນການປ້ອງກັນ,ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່

(VOVWORLD) -ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ; ຈັດແບ່ງຜູ້ປະຈຳການ 24/24 ຊົ່ວໂມງ ແລະ ລາຍງານປະຈຳວັນກ່ຽວກັບສະພາບການເຊື້ອພະຍາດໃນບໍລິເວັນແຂວງ.
ທ້ອງຖິ່ນຕ່າງໆຕັ້ງໜ້າໃນການປ້ອງກັນ,ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ - ảnh 1 (ທ່ານ ຢາງປາວໝີ, ເລຂາຄະນະພັກແຂວງລາຍເຈົາ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດ nCoV)

ທ່ານນາງ ຢາງປາວໝີ, ເລຂາຄະນະພັກແຂວງລາຍເຈົາ ແລະ ຄະນະປະຕິບັດງານຂອງແຂວງຫາກໍ່ມີການເຮັດວຽກກັບການນຳເມືອງຊາຍແດນ ຟອງໂຖ ແລະ ໄປກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ເຂດຊາຍແດນຂຶ້ນກັບຕາແສງ ໂຮຍລວງ ແລະ ມາລີຟໍ. ຢູ່ບັນດາສະຖານທີ່ກວດກາ, ທ່ານນາງ ຢາງປາວໝີ ຮຽກຮ້ອງໃຫ້ອົງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນຕ້ອງເພີ່ມທະວີວຽກງານປ້ອງກັນ, ຕ້ານເຊື້ອພະຍາດ; ຈັດແບ່ງຜູ້ປະຈຳການ 24/24 ຊົ່ວໂມງ ແລະ ລາຍງານປະຈຳວັນກ່ຽວກັບສະພາບການເຊື້ອພະຍາດໃນບໍລິເວັນແຂວງ.

          ຢູ່ແຂວງ ຕວຽນກວາງ, ຂະແໜງສາທາລະນະສຸກແຂວງ ໄດ້ສ້າງຕັ້ງ, ຮັກສາບັນດາກອງຮັບມືດ່ວນກັບເຊື້ອພະຍາດ; ຈັດຕັ້ງການປະຈຳການປ້ອງກັນ, ຕ້ານເຊື້ອພະຍາດຢູ່ບັນດາຫົວໜ່ວຍການແພດ, ກະກຽມໜູ່ນຊ່ວຍທ້ອງຖິ່ນສຸກເສີນ, ປິ່ນປົວຄົນເຈັບເມື່ອມີຄຳຮຽກຮ້ອງ… ທ່ານ ຮ່ວາງແມັງຮຸ່ງ, ຫົວໜ້າສູນຄວບຄຸ້ມພະຍາດແຂວງ ຕວຽນກວາງ, ໃຫ້ຮູ້ວ່າ.

          “ຂະແໜງສາທາລະນະສຸກໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ຈັດຕັ້ງກອງປະຊຸມ ແລະ ມອບໜ້າທີ່ໃຫ້ບັນດາຂະແໜງ, ບັນດາເມືອງຢ່າງລະອຽດ; ປະຕິບັດການຕິດຕາມຜູ້ອອກແຮງງານທີ່ເຮັດວຽກຢູ່ຕ່າງປະເທດກັບເມືອປະເທດ, ລະອຽດແມ່ນເຮັດວຽກຢູ່ຈີນ. ພິເສດ, ເອົາໃຈໃສ່ຄຸ້ມຄອງ, ຕິດຕາມບັນດາຜູ້ໄດ້ພົບປະກັບຜູ້ຖືກຕິດເຊື້ອພະຍາດ”.

          ສ່ວນຢູ່ແຂວງດັ໊ກລັ໊ກ, ຄະນະພັກແຂວງດັ໊ກລັ໊ກ ໄດ້ປະກາດໃຊ້ຄຳສັ່ງກ່ຽວກັບວຽກງານເພີ່ມທະວີການປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວໃນບໍລິເວັນແຂວງ. ຄຳສັ່ງຮຽກຮ້ອງໃຫ້ບັນດາຄະນະ, ຂະແໜງການ, ທ້ອງຖິ່ນສຸມໃສ່ໂຄສະນາເພື່ອໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບບັນດາໄພຕິດເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະ ມີບັນດາມາດຕະການປ້ອງກັນ, ຫຼີກລ້ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ