ທ້ອງຖິ່ນຕ່າງໆໂຮມຊຸມນຸມສະໜັບສະໜູນວັນສິ່ງແວດລ້ອມສາກົນ

ທ້ອງຖິ່ນຕ່າງໆໂຮມຊຸມນຸມສະໜັບສະໜູນວັນສິ່ງແວດລ້ອມສາກົນ - ảnh 1
(ພາບປະກອບ)

(vovworld) – ​​ດ້ວຍ​ຫົວ​ຂໍ້ “ຈົ່ງ​ກະທຳ​ເພື່ອ​ສະກັດ​ກັ້ນ​ສະພາບ​ນ້ຳ​ທະ​ເລ​ຂຶ້ນ​ສູງ”, ວັນ​ສິ່ງ​ແວດ​ລ້ອມ​ສາກົນປີ 2014 ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອ​ມ, ຮັບ​ມື​ກັນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ສຳລັບ​ບັນດາ​ເຂດ​ທີ່​ຖືກ​ຜົນ​ເສຍ​ຫາຍ​ຢ່າງ​ງ່າຍ​ດາ​ຍຄື​ໝູ່​ເກາະ ​ແລະ ບັນດາ​ເຂດ​ແຄມທະ​ເລ.

        ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມ​ນຸມ ລະດັບ​ຊາດ ​ເຊິ່ງດຳ​ເນີນ​ໄປ​ໃນຕ​ອນ​ເຊົ້າ​ວັນ​ທີ 05/06, ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ຮອງ​ນາຍົກລັດຖະ​ມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຍົກສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມໃນ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ແຫຼ່ງຊັບພະຍາກອນທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເປັນ​ເຈົ້າ​ການ​ປ້ອງກັນ, ຕ້ານ​ໄພທຳ​ມະ​ຊາດ. ສືບ​ຕໍ່​ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕາມ​ທິດ​ພັດທະນາ​ຢ່າງເລິກ​ເຊິ່ງ ​ແລະ ​ເພີ່ມ​ທະວີ​ແຫຼ່ງທຶນ​ໃຫ້​ແກ່​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ພົນລະ​ເມືອງ​ແຕ່ລະຄົນ ຕ້ອງ​ຮ່ວມ​ແຮງຮ່ວມ​ໃຈ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຕໍ່​ສູ້​ເພື່ອ​ສັນຕິພາບ, ການພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ”.

        ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຢູ່​ນະຄອນ​ຟານ​ທ໋ຽດ, ການ​ນຳ​ແຂ​ວງ ບິ່ງ​ທ້ວນ ​ໄດ້​ຮຽກຮ້ອງ​​ປະຊາຊົາພາຍ​ໃນ​ແຂວງ, ຮ່ວມ​ມື​ກະທຳ​ເພື່ອ “ສີຂຽວ​​ແຫ່ງສັນ​ຕິ​ພາບ ​ແລະ ​ພັດທະນາ​ຢ່າງ​ໝັ້ນຄົ​ງ” ​ເພື່ອ​ພາລະກິດ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ