ຂະແຫນງທ່ອງທ່ຽວ ຫວຽດນາມ ມີຄວາມເບີກບານມ່ວນຊື່ນຕ້ອນຮັບບັນດານັກທ່ອງທ່ຽວສາກົນທຳອິດມາທ່ອງທ່ຽວໃນຕົ້ນປີໃຫມ່. ວັນທີ 23/1 ຄືວັນທີ 1 ຂອງບຸນເຕັດ ມີນັກທ່ອງທ່ຽວມາຈາກຈີນ 1.400 ຄົນໄດ້ຜ່ານດ່ານຊາຍແດນສາກົນ ລ່າວກາຍ ເຂົ້າຫວຽດນາມ ເພື່ອໄປຢ້ຽມຢາມອ່າວຮ້າລອງ ແລະ ບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຢູ່ທາງພາກໃຕ້ຫວຽດນາມ. ນີ້ແມ່ນສັນຍານທີ່ດີເພື່ອໃຫ້ແຂວງ ລ່າວກາຍຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 1 ລ້ານເທ່ືອຄົນໃນປີ 2012. ທ່ານ ເລແອນດ້າຍ ຜູ້ອຳນວຍການບໍລິສັດທ່ອງທ່ຽວສາກົນ ບີ່ງມີງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ກະກຽມກຳລັງຜູ້ນຳທ່ຽວ, ບັນດາບໍລິການຢ່າງຄົບຖ້ວນ. ທາງບໍລິສັດພວກຂ້າພະເຈົ້າຈະຕ້ອນຮັບນັກທ່ອງທ່ຽວ ແຕ່ 300 - 500 ຄົນ ນຳໃຊ້ຫນັງສືອອກເຂົ້າເມືອງ ແລະ ມີສາມຮູບການ. ທີຫນຶ່ງເຂົາເຈົ້າໄປຢ້ຽມຢາມ ອ່າວຮ້າລອງ ດ້ວຍທາງລົດໄຟ, ທີສອງ ຕາມລາຍການທ່ອງທ່ຽວ ຮ່າໂນ້ຍ - ຮ້າລອງ - ນີງບີ່ງ ດ້ວຍລົດໂອໂຕ ແລະ ຮູບການທີສາມ ນັກທ່ອງທ່ຽວຈີນ ເຂົາເຈົ້າຂັບລົດເອງ.”
ໃນວັນດຽວກັນ, ມີນັກທ່ອງທ່ຽວ 250 ເທື່ອຄົນ ຈາກລັດເຊຍ ໃນສອງຖ້ຽວບິນສາກົນ ໄດ້ຈອດລົງສະຫນາມບິນສາກົນ ກາງແຮງ ແຂວງ ແຄງຮ່ວາ ຕໍ່ຫນ້າການຕ້ອນຮັບຢ່າງສະຫນິດສະຫນົມຂອງການນຳທ້ອງຖິ່ນ. ”