ທ່ອງທ່ຽວຫວຽດນາມມຸ່ງໄປເຖິງຈຸດໝາຍເປັນຂະແໜງອາຊີບ,ທັນສະໄໝ,ຮັບປະກັນຄຸນນະພາບແລະປະສິດທິຜົນ
(ພາບປະກອບ)
(vovworld) - ວັນທີ 23/12, ຢູ່ຮ່າໂນ້ຍ, ເມື່ອຕີລາຄາກ່ຽວກັບວິວັດການປະຕິບັດຍຸດທະສາດ 5 ປີແຫ່ງການພັດທະນາທ່ອງທ່ຽງຫວຽດນາມ, ຜູ້ຕາງໜ້າກົມໃຫຍ່ທ່ອງທ່ຽວເນັ້ນໜັກວ່າ ຂະແໜງທ່ອງທ່ຽວມີບັນດາທັດສະນະປ່ຽນໃໝ່ “ພັດທະນາຕາມທິດເປັນອາຊີບ, ທັນສະໄໝ, ມີຈຸດສຸມ; ເອົາໃຈໃສ່ພັດທະນາຕາມລວງເລິກ ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ, ຢືນຢັນເຄື່ອງໝາຍການຄ້າ ແລະ ຄວາມສາມາດແກ່ງແຍ້ງ. ລາຍຮັບຈາກການທ່ອງທ່ຽວເຕີບໂຕສະເລ່ຍໃນໄລຍະ 2011 – 2015 ບັນລຸ 25%/ປີ. ຕະຫຼາດນັກທ່ອງທ່ຽວໄລຍະ 2011 – 2015 ພັດທະນາເໝາະສົມກັບການກຳນົດທິດຍຸດທະສາດ. ໃນໄລຍະຜ່ານມາ, ໂລກມີການຜັນແຜ່ຫຼາຍຢ່າງ, ຂະແໜງທ່ອງທ່ຽວຖືກຜົນສະທ້ອນຫຼາຍ ແຕ່ອັດຕານັກທ່ອງທ່ຽວຈາກບັນດາຕະຫຼາດຈຸດສຸມຍັງເພີ່ມຂຶ້ນເມື່ອທຽບໃສ່ປີ 2010. ນອກນັ້ນ, ນັບແຕ່ປີ 2015, ເລື່ອງນຳໃຊ້ການຍົກເວັ້ນວີຊາໃນເວລາ 15 ວັນໃຫ້ນັກທ່ອງທ່ຽວທີ່ມາຈາກຝລັ່ງ, ເຢຍລະມັນ, ອັງກິດ… ໄດ້ປະກອບສ່ວນເພີ່ມຈຳນວນນັກທ່ອງທ່ຽວຈາກບັນດາຕະຫຼາດທີ່ເປັນມູນເຊື້ອໃນຍຸດທະສາດ ແລະ ເຮັດໃຫ້ຕະຫຼາດນັກທ່ອງທ່ຽວສາກົນມາຫວຽດນາມ ກັບຄືນສູ່ສະພາບເປັນປົກກະຕິ.