ທະນາຄານແຫ່ງລັດໃຫ້ຄຳໝັ້ນສັນຍາບໍ່ດັດປັບອັດຕາແລກປ່ຽນເງິນຕາ

ທະນາຄານແຫ່ງລັດໃຫ້ຄຳໝັ້ນສັນຍາບໍ່ດັດປັບອັດຕາແລກປ່ຽນເງິນຕາ - ảnh 1
(ພາບປະກອບ)

(vovworld) - ​ໃນ​ສານສົ່ງ​ເຖິງ​ບັນດາ​ອົງການ​ສື່​ມວນ​ຊົນ​ຕອນ​ຄຳ່​ວັນ​ທີ 24/8, ຮອງ​ຫົວໜ້າ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ທິຮົ່ງ ​ໄດ້​ຢືນຢັນ​ວ່າ. ທະນາຄານ​ແຫ່ງ​ລັດ​ຢືນຢັນ​ຈະ​ບໍ່​ດັດ​ປັບ​ອັດຕາ​ແລກປ່ຽນ​ເງິນຕາ​ອີກ ​ແລະ ຈະ​ນຳ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຮັກສາ​ອັດຕາ​ແລ​ກປ່ຽນ​ເງິນຕາ ​ແລະ ​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ແຕ່​ນີ້​ເຖິງ​ທ້າຍ​ປີ 2015 ກໍ່​ຄື​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2016 ​ເປັນ​ປົກກະຕິ. ຮອງ​ຫົວໜ້າ​ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ ຫງວຽນ​ທິຮົ່ງ ຖື​ວ່າ, ທະນາຄານ​ແຫ່ງ​ລັດ​ ສາມາດ​ຄາດຄະ​ເນ​​ໄດ້ການ​ຜັນ​ແປຕ່າງໆ​, ນັບ​ທັງ​ການ​ຫຼຸດ​ລາຄາ​ເງິນ​ຢວນຂອງ​ຈີນ ​ແລະ ຄວາມ​ສາມາດ​​ເພີ່ມອັດຕາ​ດອກ​ເບ້ຍຂອງກົມ​ສະ​ສົມ​ສະຫະລັດ (Fed) . ນີ້​ແມ່ນ​ມາດ​ຕະການ​ລ່ວງ​ໜ້າ, ດັ່ງ​ນັ້ນ​ທະນາຄານ​ແຫ່ງ​ລັດ​ຢືນຢັນ​ວ່າ, ດ້ວຍ​ການ​ປັບ​ລາຄາ​ໃນ​ຊຸມ​ມື້​ຜ່ານ​ມາ​ນັ້ນ ​​ແມ່ນ​ເພື່ອ​ສ້າງ​ທ່າ​ແກ່ງ​ແຍ້​ງຂອງ​ສະກຸນ​ເງິນ​ດົ່ງ ​ແລະ ​ເພື່ອ​ຮັບ​ມືກັບ​ການ​ຫັນປ່ຽນ​ຂອງ​ຕະຫຼາດ.

ຂ່າວ/ບົດ​ອື່ນ