ທະນາຄານໂລກຊ່ວຍຫວຽດນາມເພີ່ມທະວີປະສິດທິຜົນບັນດາໂຄງການຊ່ວຍເຫຼືອສັງຄົມ
ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ
(ພາບປະກອບ)
(vovworld) - ວັນທີ 23/1, ທະນາຄານໂລກ(WB) ປະຈຳ ຫວຽດນາມ ໃຫ້ຮູ້ວ່າຄະນະອຳນວຍການບໍລິຫານທະນາຄານໂລກໄດ້ເຊັນອະນຸມັດບ້ວງສິນເຊື່ອທີ່ມີມູນຄ່າ 60 ລ້ານ USD ເພື່ອຊ່ວຍ ຫວຽດນາມ ເພີ່ມທະວີລະບົບຊ່ວຍເຫຼືອສັງຄົມຜ່ານການປັບປຸງວຽກງານຄຸ້ມຄອງ ແລະ ສະໜອງການບໍລິການສັງຄົມໃນທົ່ວປະເທດ.
ທ່ານນາງ Victoria Kwakwa, ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ ເນັ້ນໜັກວ່າ: ບ້ວງສິນເຊື່ອດັ່ງກ່າວເພື່ອອຸປະຖຳໃຫ້ໂຄງການເພີ່ມທະວີລະບົບຊ່ວຍເຫຼືອສັງຄົມ(SASSP), ຊ່ວຍລັດຖະບານ ຫວຽດນາມ ປະຕິບັດຄາດໝາຍຫຼຸດຜ່ອນຄວາມທຸກຍາກຜ່ານການເພີ່ມທະວີບົດບາດຂອງລະບົບຊ່ວຍເຫຼືອສັງຄົມໃນການຊ່ວຍເດັກນ້ອຍໃຫ້ມີໂອກາດຕືມອີກ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໝັ້ນຄົງ. ໂຄງການຈະປະຕິບັດທົດລອງລະບົບໃໝ່ຢູ່ 4 ແຂວງຄື ຮ່າຢາງ, ກວ້າງນາມ, ຈາວິງ ແລະ ເລີມດົງ. ຕາມທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫງວຽນຈ້ອງດາມ ແລ້ວ, ໂຄງການດັ່ງກ່າວຈະແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ສ້າງລະບົບຊ່ວຍເຫຼືອສັງຄົມຢ່າງໂປ່ງໃສ ແລະ ມີປະສິດທິຜົນໃນການຮັບປະກັນສິດສຳຜັດກັບການບໍລິການສັງຄົມຂອງປະຊາຊົນທຸກຄົນ.