ພາບປະກອບ
|
(vovworld) – ວັນທີ 6/1, ທະນາຄານໂລກ (WB) ໄດ້ຫລຸດລະດັບຄາດຄະເນການເຕີບໂຕເສດຖະກິດທົ່ວໂລກປີ 2016 ລົງເຫຼືອພຽງ 2,9%, ຕ່ຳກ່ວາ 0,4% ເມື່ອທຽບໃສ່ລະດັບຄາດຄະເນເຊິ່ງອົງການດັ່ງກ່າວຍົກອອກມາເມື່ອເດືອນ 6/2015. ທະນາຄານໂລກກໍຄາດຄະເນວ່າ: ໃນປີ 2016, ບັນດາພື້ນຖານເສດຖະກິດພວມພັດທະນາຈະມີລະດັບເຕີບໂຕ 4,8%, ໃນຂະນະທີ່ ອາເມລິກາ ແລະ ພາກພື້ນທີ່ໃຊ້ສະກຸນເງິນເອີໂຣລວມຈະເຕີບໂຕຕາມລຳດັບແມ່ນ 2,7% ແລະ 1,7%.
ສາຍເຫດທີ່ພາໃຫ້ທະນາຄານໂລກຫລຸດລະດັບຄາດຄະເນການເຕີບໂຕດ້ານເສດຖະກິດທົ່ວໂລກປີ 2016 ລົງແມ່ນຍ້ອນການເຕີບໂຕຢູ່ບັນດາພື້ນຖານເສດຖະກິດການຕະຫຼາດຫາກໍ່ພົ້ນເດັ່ນບໍ່ບັນລຸໄດ້ລະດັບເທົ່າທີ່ຄວນຄື ຈີນ ແລະ ບຣາຊິນ. ຕາມຂໍ້ສັງເກດຂອງ WB ແລ້ວ, ພື້ນຖານເສດຖະກິດ ຈີນ ຈະເຕີບໂຕຢູ່ໃນລະດັບ 6,7% ໃນປີ 2016, ຕຳ່ກ່ວາເມື່ອທຽບໃສ່ກັບລະດັບ 6,9% ໃນປີ 2015.