ທະນາຄານໂລກ ຕີລາຄາສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢູ່ ຫວຽດນາມ ຂຶ້ນ 14 ຂັ້ນ

(VOVWORLD) - ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 14 ຂັ້ນ, ຢືນອັນດັບທີ 68 ໃນຍອດຈຳນວນ 190 ພື້ນຖານເສດຖະກິດ.

ນີ້ແມ່ນຕາຕະລາງຈັດອັນດັບຕາມບົດລາຍງານ Doing Business 2018 (ບົດລາຍງານປະຈຳປີກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງທະນາຄານ ໂລກ (WB) ປະກາດຫວ່າງແລ້ວນີ້. ໃນ 10 ມາດຕະຖານຕີລາຄາຈັດອັນດັບຂອງ WB, ການເກັບພາສີ ແລະ ສຳຜັດກັບພະລັງງານໄຟຟ້າ ແມ່ນ 2 ມາດຕະຖານມີການປະຕິຮູບຫຼາຍທີ່ສຸດ. ພິເສດ, ຢູ່ມາດຖານເກັບພາສີ, ບັນດາມາດຕະການເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ຮັບການນຳໃຊ້ຢ່າງກ້ວາງຂວາງ ໄດ້ຊ່ວຍໃຫ້ວິສາຫະກິດເສຍພາສີຢ່າງສະດວກງາຍດາຍກ່ວາ. ທ່ານ ຫງວຽນກົງອ໋າຍ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດກວດສອບບັນຊີ KPMG ຫວຽດນາມ, ຖືວ່າ:

        “ການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ສ້າງບັນດາບາດກ້າວດີພໍສົມຄວນ, ບໍ່ພຽງແຕ່ໃນຂະແໜງສ່ວນອາອາກອນ ເທົ່ານັ້ນ ຫາກຍັງນັບທັງຂະແໜງພາສີອີກດ້ວຍ. ພິເສດ, ສຳລັບ ການເຄື່ອນໄຫວການຄ້າຜ່ານຊາຍແດນ, ດັດຊະນີຂອງ ຫວຽດນາມ ພັດທະນາດີຫຼາຍ.”

 

ຕອບກັບ

ຂ່າວ/ບົດ​ອື່ນ