ທະນາຄານໂລກ: ແງ່ຫວັງເສດຖະກິດ ຫວຽດນາມ ຄວາມສະດວກ ແລະ ສິ່ງທ້າທາຍ

(VOVWORLD) - ກ່ຽວກັບແງ່ຫວັງເສດຖະກິດ ຫວຽດນາມ, ບົດລາຍງານອັບເດັດສະພາບການເສດຖະກິດພາກພື້ນອາຊີ - ປາຊີຟິກ ໃຫ້ຂໍ້ສັງເກດວ່າ, ການເຕີບໂຕ ແລະ ເສດຖະກິດມະຫາພາກເປັນປົກກະຕິ ຄາດວ່າ ຈະໄດ້ຮັກສາໄວ້ຢ່າງໝັ້ນຄົງໃນໄລຍະກາງ.
ທະນາຄານໂລກ: ແງ່ຫວັງເສດຖະກິດ ຫວຽດນາມ ຄວາມສະດວກ ແລະ ສິ່ງທ້າທາຍ - ảnh 1 ພາບປະກອບ

ວັນທີ 12 ເມສາ, ທະນາຄານໂລກ ປະກາດບົດລາຍງານອັບເດັດສະພາບການເສດຖະກິດພາກພື້ນ ອາຊີຕາເວັນອອກ - ປາຊີຟິກ.

        ກ່ຽວກັບແງ່ຫວັງເສດຖະກິດ ຫວຽດນາມ, ບົດລາຍງານອັບເດັດສະພາບການເສດຖະກິດພາກພື້ນອາຊີ - ປາຊີຟິກ ໃຫ້ຂໍ້ສັງເກດວ່າ, ການເຕີບໂຕ ແລະ ເສດຖະກິດມະຫາພາກເປັນປົກກະຕິ ຄາດວ່າ ຈະໄດ້ຮັກສາໄວ້ຢ່າງໝັ້ນຄົງໃນໄລຍະກາງ.

        ບົດລາຍງານເນັ້ນໜັກວ່າ, ເຖິງວ່າແງ່ຫວັງເສດຖະກິດ ຫວຽດນາມ ໃນໄລຍະສັ້ນເບິ່ງລວມແລ້ວ ແມ່ນສະດວກແຕ່ຍັງມີສິ່ງທ້າທາຍໃຫຍ່ຫຼວງ. ດັ່ງນັ້ນ, ຫວຽດນາມ ຄວນມີບັນດາບາດກ້າວຕໍ່ໄປເພື່ອແນໃສ່ຍົກສູງຄວາມສາມາດຮັບມືດ້ານເສດຖະກິດມະຫາພາກ, ໃນຂົງເຂດປີການເງິນ, ບັນດາການປະຕິຮູບກ່ຽວກັບລາຍຮັບ ແລະ ລາຍຈ່າຍ ປະຈຸບັນຍັງສືບຕໍ່ກ້າວເຂົ້າສູ່ລວງເລິກ; ບັນດາບາດກ້າວເພື່ອແນໃສ່ປັບປຸງເສດຖະກິດມະຫາພາກເປັນປົກກະຕິ ຕ້ອງໄປຄຽງຄູ່ກັບແງ່ຫວັງໃນການປະຕິຮູບໂຄງປະກອບ, ຍົກສູງສະມັດຕະພາບ ແລະ ລະດັບການເຕີບໂຕຄວາມສາມາດບົ່ມຊ້ອນ, ປະຕິຮູບລັດວິສາຫະກິດ, ປະຕິຮູບສະພາບແວດລ້ອມກົດໝາຍ, ປັບປຸງຕະຫຼາດບັນດາປັດໄຈຜະລິດ, ເຊິ່ງລວມມີຕະຫຼາດ ແລະ ທີ່ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ