ທະຫານອິນເດຍແລະປາກິສະຖານຍິງປືນໃສ່ກັນຜ່ານຊາຍແດນ

ທະຫານອິນເດຍແລະປາກິສະຖານຍິງປືນໃສ່ກັນຜ່ານຊາຍແດນ - ảnh 1
ພົນ​ທະ​ຫານ​ອິນ​ເດຍ ໄປ​ລາດ​ຕະ​ເວນ
ພາບ​ປະ​ກອບ:TTXVN
(vovworld)- ວັນ​ທີ 3/8, ທະ​ຫານ​ອິນເດຍ ແລະ ປາ​ກິ​ສະ​ຖານ ໄດ້​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ ເມື່ອ​ເ​ກີດ​ການ​ຍິງ​ປືນ​ໃສ່​ກັນ​ຢູ່​ລຽບ​ຕາມ​ເຂດ​ຂັ້ນ​​ຄວບ​ຄຸມ ​ຂຶ້ນ​ກັບ​ເຂດຂັດ​ແຍ້ງ​ Kashmir. ສ​ື່​ສານ ອິນ​ເດຍ ໃຫ້​ຂ່າວ​ວ່າ ທ​ະ​ຫານ ປາ​ກິ​ສະ​ຖານ​ໄດ້​ຍິງ​ປືນ​​ໃສ່​ບັນ​ດາ​ປ້ອມກວດ​ກາ​ຂອງ​ທະ​ຫານ​ອິນ​ເດຍ​ຢູ່ ບັນ​ດາ​ເຂດ Kashmir, Balakote, Sabzian Mandi ແລະ Pallanwala ລຽບ​ຕາມເຂດ​ຂັ້ນ​ຄວບ​ຄຸມ​ໃນ​ຕະ​ຫລອດ​ຄືນ​ຂອງວັນ​ທີ 2/8. ພົນ​ທະ​ຫານ ອິນ​ເດຍ ພວມ​ຕັ້ງ​ທັບ​ຢູ່​ບັນ​ດາ​ເຂດ​ດັ່ງ​ກ່າວ​ໄດ້​ຍິງ​ຕອບ​ໂຕ້ ເຮັດ​ໃຫ້​ ການ​ຍິງ​ປືນ​ຜ່າ​ນ​ຊາຍ​ແດນແກ່​ຍາວ​ເຖິງ​ຮຸ່ງ​ເຊົ້າ​ຂອງວັນ​ທີ 3/8 ຈຶ່ງ​ຢຸດ​ຕິ.
ຂ່າວ/ບົດ​ອື່ນ