ການປະຊຸມຂ່າວໃນວັນທີ 11/4
(ພາບ: Thanh Tùng/TTXVN)
(vovworld) – ມຸ່ງໄປສູ່ການສະເຫຼີມສະຫຼອງ 60 ປີ ແຫ່ງໄຊຊະນະດ້ຽວບຽນຝູ (7/5/1954-7/5/2014), ວັນທີ 11/4, ຄະນະຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 60 ປີ ແຫ່ງໄຊຊະນະດ້ຽວບຽນຝູ ແຂວງທ້າຍງວຽນ ໄດ້ຮັບຮອງເອົາແຜນການ, ລາຍການຈັດຕັ້ງບັນດາການເຄື່ອນໄຫວຕົ້ນຕໍທີ່ມີຄວາມໝາຍ, ແທດຈິງໃນໂອກາດສະເຫຼີມສະຫຼອງພິເສດນີ້. ຈຸດພົ້ນເດັ່ນຂອງພິທີສະເຫຼີມສະຫຼອງໃນປີນີ້ ແມ່ນລາຍການສະແດງສິລະປະ ”ທ໋າຍງວຽນຂັບຮ້ອງບົດເພງດ້ຽນບຽນ” ເຊິ່ງຈະຈັດຂຶ້ນໃນວັນທີ 29/4. ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງກໍ່ຈັດຕັ້ງສັບປະດາສາຍຮູບເງົາ ສະເຫຼີມສະຫຼອງ 60 ປີ ແຫ່ງໄຊຊະນະດ້ຽວບຽນຝູ ແຕ່ວັນທີ 2-8/5 ເພື່ອຮັບໃຊ້ປະຊາຊົນທ້ອງຖີ່ນ. ພ້ອມນັ້ນແມ່ນງານວາງສະແດງແນະນຳປື້ມ, ໜັງສືພິມ, ເອກະສານກ່ຽວກັບທ້າຍງວຽນ ແລະ ໄຊຊະນະປະຫວັດສາດດ້ຽນບຽນຝູ.