(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry, ທ່ານ ດິງເທ໋ຮີນ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການຄະນະບໍລິຫານງານສູນກາງພັກ ໄດ້ໄປຢ້ຽມຢາມອາເມລິກາ ໃນລະຫວ່າງວັນທີ 24 – 30/10. ວັນທີ 25/10, ຢູ່ນະຄອນຫຼວງ ວໍຊິຕັນ, ທ່ານ ດິງເທ໋ຮີນ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry. ທ່ານ ດິງເທີຮີນ ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືກັບອາເມລິກາ ຕາມຂອບເຂດຄູ່ຮ່ວມມືຮອບດ້ານທີ່ໄດ້ຮັບການກຳນົດໄວ້ ບົນພື້ນຖານຫຼັກການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງ, ເສັ້ນທາງພັດທະນາ ແລະ ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈເທື່ອລະກ້າວ ເພື່ອນຳການພົວພັນລະຫວ່າງຫວຽດນາມ - ອາເມລິກາ ພັດທະນາຢ່າງໝັ້ນຄົງ, ຍາວນານ, ແທດຈິງ. ທ່ານ ດິງເທ໋ຮີນ ສະເໜີ 2 ປະເທດສືບຕໍ່ຍູ້ແຮງການຮ່ວມມືຮອບດ້ານເພື່ອການພັດທະນາ, ໃນນັ້ນເນັ້ນໜັກເຖິງການເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ, ນັບທັງພັກການເມືອງ; ເປີດກວ້າງບັນດາກົນໄກທາບທາມຄວາມເຫັນລະຫວ່າງ 2 ປະເທດກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ… ທ່ານ ດິງເທ໋ຮີນ ສະເໜີອາເມລິກາ ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຂ້າມປາຊີຟິກ, ຮັບຮູ້ພື້ນຖານເສດຖະກິດການຕະຫຼາດຂອງຫວຽດນາມໂດຍໄວ… ທ່ານ ດິງເທ໋ຮີນ ກໍ່ແລກປ່ຽນກ່ຽວກັບທ່ານ John Kerry ກ່ຽວກັບບັນຫາສິດທິມະນຸດຢ່າງກົງໄປກົງມາ ແລະ ຢືນຢັນເລື່ອງຮັບປະກັນບັນດາສິດທິມະນຸດຢ່າງຄົບຖ້ວນ ຍາມໃດກໍແມ່ນຄາດໝາຍ ແລະ ບຸລິມະສິດອັນດັບໜຶ່ງຂອງຫວຽດນາມ. ຫວຽດນາມ ພ້ອມແລ້ວຈະສືບຕໍ່ເຈລະຈາກັບຝ່າຍອາເມລິກາ ໃນຂົງເຂດນີ້ ດ້ວຍຈິດໃຈເປີດເຜີຍ ແລະ ສ້າງສັນ.
ກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານ ດິງເທ໋ຮີນ ໃຫ້ຮູ້ວ່າ, ຫວຽດນາມ ຊົມເຊີຍອາເມລິກາ ເພີ່ມທະວີການພົວພັນກັບບັນດາປະເທດອາຊີ - ປາຊີຟິກ, ໃນນັ້ນມີບັນດາປະເທດອາຊີຕາເວັນອອກສ່ຽງໃຕ້, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ; ຕີລາຄາສູງເລື່ອງລັດຖະບານອາເມລິກາ ເອົາໃຈໃສ່, ແບ່ງປັນກັບປະເທດໃນພາກພື້ນກ່ຽວກັບສະພາບການຢູ່ທະເລຕາເວັນອອກ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ເນັ້ນໜັກວ່າ, ອາເມລິກາ ສືບຕໍ່ຖືເປັນສຳຄັນທີ່ຕັ້ງ ແລະ ບົດບາດຂອງຫວຽດນາມ, ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ; ໃຫ້ຄຳໝັ້ນສັນຍາເພີ່ມທະວີການພົວພັນ ແລະ ມານະພະຍາຍາມຊຸກຍູ້ບັນດາຄຳໝັ້ນສັນຍາກັບຫວຽດນາມ ໃນບັນດາຂົງເຂດບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ, ບັນດາຄວາມມານະພະຍາຍາມເພື່ອກ້າວໄປເຖິງການໃຫ້ສັດຕະຍາບັນສັນຍາການຄ້າຂ້າມປາຊີຟິກ…
ແລະກໍ່ໃນວັນດຽວກັນ, ທ່ານ ດິງເທ໋ຮີນ ມີບັນດາການພົບປະ, ເຈລະຈາກັບຜູ້ຕາງໜ້າການຄ້າອາເມລິກາ Michael Froman, ຄະນະການນຳສະຖາບັນປະຊາທິປະໄຕແຫ່ງຊາດ ແລະ ສະຖາບັນສາທາລະນະສາກົນ ຂຶ້ນກັບພັກປະຊາທິປະໄຕ ແລະ ພັກສາທາລະນະຂອງອາເມລິກາ ກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ…