ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມມີຄວາມປາດຖະໜາຢາກແຕ່ລະຄົນລ້ວນແຕ່ແມ່ນ “ທະນາຄານເລືອດ”
(VOVWORLD) - ຕອນບ່າຍວັນທີ 11 ມິຖຸນາ, ທີ່ການພົບປະ, ຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດ 100 ຄົນທີ່ດີເດັ່ນໃນທົ່ວປະເທດປີ 2020 ຢູ່ທຳນຽບປະທານປະເທດ, ທ່ານນາງ ດັ້ງທິງອກທິ້ງຮອງປະທານປະເທດຫວຽດນາມໄດ້ມີຄວາມປາດຖະໜາຢາກ ແຕ່ລະຄົນລ້ວນແຕ່ແມ່ນທະນະຄານເລືອດ ແລະ ແຕ່ລະໝູ່ຄະນະຈະແມ່ນໝູ່ຄະນະບໍລິຈາກເລືອດທີ່ດີເດັ່ນ.
ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບຜູ້ບໍລິຈາກເລືອດ 100 ຄົນທີ່ດີເດັ່ນໃນທົ່ວປະເທດປີ 2020 (ພາບ: TTXVN) |
ເມື່ອມອບຂອງຂວັນທີ່ລະນຶກແມ່ນຮູບພາບຂອງປະທານໂຮ່ຈີມິນ ໃຫ້ແກ່ຜູ້ບໍລິຈາກເລືອດທີ່ດີເດັ່ນຂອງປີນີ້, ທ່ານນາງດັ້ງທິງອັກທິ້ງ ມີຄວາມປາດຖະໜາ ຢາກບັນດາ ແບບຢ່າງດັ່ງກ່າວ ຈະແມ່ນແກ່ນສານຫຼັກແຫຼ່ງໃຫ້ແກ່ຂະບວນການ ບໍລິຈາກເລືອກດ້ວຍຄວາມສະໝັກໃຈເພື່ອໃຫ້ທົ່ວປະເທດມີແບບຢ່າງທີ່ດີນັບພັນໆຄົນກ່ຽວກັບການບໍລິຈາກເລືອກ. ທ່ານນາງກ່າວວ່າ:
ເພື່ອສືບຕໍ່ຍູ້ແຮງຂະບວນ ການບໍລິຈາກເລືອກດ້ວຍຄວາມສະໝັກໃຈດ້ວຍຄວາມສະໝັກໃຈ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການຮັບໃຊ້ໃຫ້ແກ່ການສຸກເສີນ ແລະ ປິ່ນປົວໃຫ້ແກ່ຄົນເຈັບໃນໄລຍະຈະມາເຖິງ, ຄະນະຊີ້ນຳທຸກຂັ້ນຕ້ອງສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍຍົກສູງຄຸນນະພາບ, ລັກສະນະໝັ້ນຄົງໃຫ້ແກ່ຂະບວນການ ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.