ທ່ານນາງປະທານສະພາແຫ່ງຊາດລາວຕີລາຄາສູງການຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມ

ທ່ານນາງປະທານສະພາແຫ່ງຊາດລາວຕີລາຄາສູງການຊ່ວຍເຫຼືອຂອງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ ເຈີ່ນ​ວັນ​ຕຸ໊ຍ ຫົວ​ໜ້າ​ຄະ​ນະແລະ​ ທ່ານ ນາງ ປາ​ນີ​
ຢາ​ທໍ່​ຕູ້ ປະ​ທານສະ​ພາ​ແຫ່ງ​ຊາດ​ລາວ
(ພາບ: ໝີບີງ)

(vovworld)- ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ລາວ, ຕອນ​ເຊົ້າວັນ​ທີ 14/7, ຄະ​ນະ​ຜູ້​ແທນ​ ຄະ​ນະປະ​ຕິ​ບັດ​ງານ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ ທ່ານ ເຈີ່ນ​ວັນ​ຕຸ໊ຍ ຫົວ​ໜ້າ​ຄະ​ນະ ໄດ້​ມີ​ການ​ເຮັດ​ວຽກ​ ກັບ​ ທ່ານ ນາງ ປາ​ນີ​ ຢາ​ທໍ່​ຕູ້ ປະ​ທານສະ​ພາ​ແຫ່ງ​ຊາດ​ລາວ. ນະ​ທີ່ນີ້, ​ ທ່ານ ນາງ ປາ​ນີ​ ຢາ​ທໍ່​ຕູ້ ປະ​ທານສະ​ພາ​ແຫ່ງ​ຊາດ ​ໄດ້​ຊີ້​ແຈ້ງວ່າ ຫວຽດ​ນາມ​ມີ​ບົດ​ຮຽນຫຼາຍ ​ໃນ​ການ​ເຄື່ອນ​ໄຫວ ​ຂອງ​ສະ​ພາ​ແຫ່ງ​ຊາດ, ໃນ​ຂະ​ນະ​ທີ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 8 ຂອງ​ລາວ ​ກຳ​ລັງ​ຕັ້ງ​ໜ້າ ​ຍົກ​ສູງ​ຄຸນ​ນະ​ພາບ ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ເອງ, ພິ​ເສດ​ແມ່ນ​ໃນ​ບັນ​ຫາ​ສ້າງ​ກົດ​ໝາຍ, ຍ້ອນ​ແນວນັ້ນ ​ການ​ຢ້ຽມ​ຢາມ​ ຂອງ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ, ກໍ່​ຄື​ບັນ​ດາ​ບົດ​ຮຽ​ນ ທີ່​ຄະ​ນະ​ຜູ້​ແທນ​ແບ່ງ​ປັນ​ໃນ​ຄັ້ງ​ນີ້​ ຈະ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ສ​າ​ມາດ​ ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ກໍ່​ຄື​​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ ​ຂັ້ນແຂວງ/ນະ​ຄອນ​ ຂອງ​ລາວ. ​ ທ່ານ ນາງ ປາ​ນີ​ ຢາ​ທໍ່​ຕູ້ ປະ​ທານສະ​ພາ​ແຫ່ງ​ຊາດ ສະ​ແດງ​ຄວາມຂອບ​ໃຈ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ທີ່​ໄດ້​ສົ່ງ​ຄະ​ນະ​ມາ ​ເພື່ອ​ຊ່ວຍ​ເຫຼືອ ແລະ ແບ່ງ​ປັນ​ບົດ​ຮຽນ​ ກັບ​ລາວ; ສະ​ແດງ​ຄວາມ​ປາດ​ຖະ​ໜາວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ ຄະ​ນະ​ປະ​ຕິ​ບັດ​ງານສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ສ້າງ​ກົດ​ໝາຍ​ລາວ ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄົ້ນ​ຄ້​ວາ, ສົບ​ທົບ​ກັນ​ຢ່າງ​ແໜ້ນ​ແຟ​້ນກວ່າ​ອີກ ເພື່ອ​ຊ່ວຍ​ໃຫ້​ວຽກ​ງານ​ການ​ສ້າ​ງກົດໝາຍ​ຂອງ​ສອງ​ສະ​ພາ​ແຫ່ງ​ຊາດ ​ນັບມື້​ນັບ​ດີກວ່າ​ເກົ່າ.

ຂ່າວ/ບົດ​ອື່ນ