ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບນາຍົກລັດຖະມົນຕີໄທ

(VOVWORLD) -ການພົວພັນຮ່ວມມືລະຫວ່າງ 2 ລັດຖະບານ ໄດ້ປະກອບສ່ວນຊຸກຍູ້ກົນໄກຮ່ວມມືເສດຖະກິດ, ປາດຖະໜາວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນດານັກລົງທຶນໄທ ແລະ ການເຄື່ອນໄຫວຂອງທະນາຄານໄທ ທີ່ຫາກໍ່ເປີດສາຂາຢູ່ຫວຽດນາມ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບນາຍົກລັດຖະມົນຕີໄທ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ)

ຕອນບ່າຍວັນທີ 27 ສິງຫາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫວຽນທິກິມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄທ ປະຣຸດ ຈັນໂອຊາ ຖືວ່າ, ການພົວພັນຮ່ວມມືລະຫວ່າງ 2 ລັດຖະບານ ໄດ້ປະກອບສ່ວນຊຸກຍູ້ກົນໄກຮ່ວມມືເສດຖະກິດ, ປາດຖະໜາວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນດານັກລົງທຶນໄທ ແລະ ການເຄື່ອນໄຫວຂອງທະນາຄານໄທ ທີ່ຫາກໍ່ເປີດສາຂາຢູ່ຫວຽດນາມ; ສະເໜີໃຫ້ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນໄທ ຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີໄທ ຖືວ່າ, 2 ຝ່າຍຄວນເພີ່ມທະວີການຮ່ວມມືດ້ານທ່າກ່ຳປັ່ນ, ສິນໃນນ້ຳ, ການທ່ອງທ່ຽວ. ຄຽງຂ້າງນັ້ນ, 2 ປະເທດກໍ່ຄວນສົມທົບກັນແກ້ໄຂບັນຫາຂອງຊາວປະມົງ, ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ຊາວປະມົງຂອງ 2 ປະເທດ. ກ່ຽວກັບຂົງເຂດທ່ອງທ່ຽວ, 2 ປະເທດຄວນຊອກຫາຮູບແບບການທ່ອງທ່ຽວໃຫ້ເໝາະສົມກັບຄວາມຕ້ອງການຂອງປະຊາຊົນຢູ່ແຕ່ລະປະເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດຖະບານ 2 ປະເທດເພີ່ມທະວີການຮ່ວມມື, ທ່ານປະທານະພາແຫ່ງຊາດ ກໍ່ຖືວ່າ, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດພວມພັດທະນາຢ່າງດີງາມ, ໃນນັ້ນ ມີກົນໄກລັດຖະບານລວມຂອງລັດຖະບານຫວຽດນາມ ແລະ ໄທ. 2 ຝ່າຍຈະແບ່ງປັນບົດຮຽນກ່ຽວກັບການພັດທະນາການທ່ອງທ່ຽວ, ການຜະລິດເຕັກໂນໂລຊີສູງ, ນີ້ແມ່ນບັນດາຂົງເຂດເຊິ່ງທັງ 2 ຝ່າຍມີທ່າແຮງ ແລະ ມີຈຸດທີ່ຄ້າຍຄືກັນ…

ຕອບກັບ

ຂ່າວ/ບົດ​ອື່ນ