ທ່ານນາງຫງວຽນທິກີມເງິນພົບປະກັບພະນັກງານ, ການນຳເມືອງ ການລົກ
ແຂວງ ລ້າງເຊີນ
ພາບ:baolangson
|
(vovworld)- ວັນທີ 20/6, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ລ້າງເຊີນ ກ່ຽວກັບສະພາບການປະຕິບັດບັນດາມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານ ກ່ຽວກັບແຜນການພັດທະນາເສດຖະກິດສັງຄົມປີ 2016. ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ ລ້າງເຊີນ, ທ່ານປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ສະເຫນີ ແຂວງ ລ້າງເຊີນ ຄວນສຳຫລວດກວດຄືນຍຸດທະສາດພັດທະນາເສດຖະກິດສັງຄົມ ເພື່ອປະຕິບັດຄາດໝາຍຊື່ງມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງໄດ້ວາງອອກ. ທ່ານນາງ ຫງວຽນທິກີມເງິນໃສ່ໃຈວ່າ :ແຂວງ ລ້າງເຊີນ ຄວນເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບລະບົບຄົມມະນາຄົມ, ທາງຫລວງເພື່ອເສີມຂະຫຍາຍທ່າແຮງເສດຖະກິດດ່ານຊາຍແດນ. ທ່ານນາງປະທານສະພາແຫ່ງຊາດສະເຫນີ ແຂວງ ຄວນປະຕິບັດການກໍ່ສ້າງຊົນນະບົດໃຫມ່ຕ້ອງຕິດພັນກັບການສ້າງໂຄງປະກອບຂະແຫນງກະສິກຳຄືນໃຫມ່.