ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຢ້ຽມຢາມແລະເຮັດວຽກຢູ່ແຂວງອຸດອນທານີ, ປະເທດໄທ

(VOVWORLD) -   ໃນຂອບເຂດການຢ້ຽມຢາມລາຊາອະນາຈັກໄທຢ່າງເປັນທາງການ, ໃນວັນທີ 28 ສິງຫາ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ອຸດອນທານີ, ປະເທດໄທ, ເຊິ່ງແມ່ນເມືອງເອກພາກອີສານປະເທດໄທ.

     ທີ່ອຸດອນທານີ, ທ່ານນາງ ຫງວຽນທິກີມເງິນ ໄປຢ້ຽມຢາມຫ້ອງວ່າການແຂວງ ແລະ ມີການພົບປະແລກປ່ຽນກັບທ່ານເຈົ້າແຂວງວັດທະນາພຸດທິຊາດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ອຳນາດການປົກຄອງ, ປະຊາຊົນແຂວງອຸດອນທານີ ໄດ້ສ້າງເງື່ອນໄຂສະດວກຊ່ວຍເຫຼືອປະຊາຄົມຊາວຫວຽດນາມ ອາໃສຢູ່ປະເທດໄທມີຊີວິດການເປັນຢູ່ຢ່າງສະຫງົບສຸກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ປະເທດໄທ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຢ້ຽມຢາມແລະເຮັດວຽກຢູ່ແຂວງອຸດອນທານີ, ປະເທດໄທ - ảnh 1 ທ່ານນາງ ຫງວຽນທິກີມເງິນ ພົບປະແລກປ່ຽນກັບທ່ານເຈົ້າແຂວງອຸດອນທານີວັດທະນາພຸດທິຊາດ

        ພາຍຫຼັງການສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 43 ປີແລະການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຄົບຮອບ 7 ປີ, ສອງປະເທດຫວຽດນາມ-ໄທພວມພັດທະນາຢ່າງດີງາມໃນກວ່າເວລາໃດໝົດ. ປັດຈຸບັນຫວຽດນາມ-ໄທ ມີ17 ຄູ່ຂັ້ນທ້ອງຖິ່ນ ໄດ້ມີການລົງນາມແຮກສ່ຽວຮ່ວມມືນຳກັນ. ທ່ານນາງ ຫງວຽນທິກີມເງິນ ຖືວ່າ: ສິ່ງດັ່ງກ່າວນີ້ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂອງເຂດທ້ອງຖິ່ນສອງປະເທດໄດ້ຊອກຮູ້ກາລະໂອກາດການຮ່ວມມືກໍ່ຄືຊຸກຍູ້ການພົວພັນແລກປ່ຽນປະຊາຊົນ.

        ໃນວັນດຽວກັນ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນ, ປູກຕົ້ນໄມ້ແລະຢ້ຽມຢາມອານຸສອນສະຖານປະຫວັດສາດປະທານໂຮຈີມິນທີ່ໜອງອົ້ນ (ອຸດອນທານີ), ເຊິ່ງແມ່ນບ່ອນທີ່ປະທານໂຮຈີ່ມິນມີເວລາດຳລົງຊີວິດໃນໄລຍະເຄື່ອນໄຫວການປະຕິວັດຢູ່ປະເທດໄທ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຢ້ຽມຢາມແລະເຮັດວຽກຢູ່ແຂວງອຸດອນທານີ, ປະເທດໄທ - ảnh 2ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມອານຸສອນສະຖານປະຫວັດສາດປະທານໂຮຈີມິນທີ່ໜອງອົ້ນ (ອຸດອນທານີ) 

        ຕອນບ່າຍ ຂອງວັນດຽວກັນ, ທ່ານນາງ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມກໍ່ໄດ້ໄປຢ້ຽມຢາມວັດແຄ໊ງອານ, ເຊິ່ງເປັນ1 ໃນ 21 ວັດຂອງຫວຽດນາມ ທີ່ ຕັ້ງຢູ່ປະເທດໄທ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຫຼານນ້ອຍນັກຮຽນທີ່ຮ່ຳຮຽນພາສາຫວຽດ ຢູ່ ໂຮງຮຽນແຄ໊ງອານ.

ການເຄື່ອນໄຫວ ຢູ່ແຂວງອຸດອນທານີ ແລະ ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລາຊະອານາຈັກໄທ ຢ່າງເປັນທາງການຂອງທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ສິ້ນສຸດລົງ.

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ