ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ

(VOVWORLD) - ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງການນຳພັກ ແລະ ລັດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີກັບ ອົດສະຕາລີ,
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ Craig Chittick

ຕອນບ່າຍວັນທີ 22 ພະຈິກ, ຢູ່ສຳນັກງານສະພາແຫ່ງຊາດ ຫວຽດນາມ ທີ່ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ Craig Chittick, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ພົບປະກັບທ່ານເອກອັກຄະລັດຖະທູດ ກ່ອນທີ່ເດີນທາງໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ; ຂອບໃຈທ່ານເອກອັກຄະລັດຖະທູດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ແລະ ກະຊວງການຕ່າງປະເທດກະກຽມໃຫ້ການຢ້ຽມຢາມ ອົດສະຕາລີ. ນີ້ແມ່ນການຢ້ຽມຢາມຢ່າງເປັນທາງການຂອງການນຳພັກ ແລະ ລັດ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີກັບ ອົດສະຕາລີ, ມຸ່ງໄປເຖິງການຍົກລະດັບການພົວພັນ ຫວຽດນາມ - ອົດສະຕາລີ ເປັນຄູ່ຮ່ວມມືຍຸດທະສາດໃນປີ 2018.

        ສ່ວນທ່ານເອກອັກຄະລັດຖະທູດ ອົດສະຕາລີ Craig Chittick ເນັ້ນໜັກວ່າ: ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ເປັນແຂກທີ່ມີກຽດຂອງ ອົດສະຕາລີ, ຍ້ອນວ່າ ທ່ານນາງພໍ່ພຽງແຕ່ແມ່ນແຂກຖືກເຊີນຂອງສະພາແຫ່ງຊາດ ອົດສະຕາລີ ເທົ່ານັ້ນ ຫາກຍັງແມ່ນແຂກຖືກເຊີນຂອງລັດຖະບານ ອົດສະຕາລີ ອີກດ້ວຍ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ Craig Chittick ກໍ່ຖືວ່າ: ການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະມີການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຫລາຍຢ່າງ, ຊຸກຍູ້ການຮ່ວມມື 2 ຝ່າຍຢູ່ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ຕອບກັບ

ຂ່າວ/ບົດ​ອື່ນ