ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ໝູ່ຄະນະພະນັກງານ, ພາລະກອນເຂດ ອະນຸສະຖານໄດ້ປະຕິບັດໜ້າທີ່ຮັກສາ, ປົກປ້ອງບັນດາວັດຖຸອຸປະກອນ ແລະ ວັດຖຸພັນທີ່ຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ

 

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຈໍ 2018, ວັນທີ 12 ກຸມພາ (ກົງກັບວັນທີ 27 ເດືອນ 12 ໄລ່ຕາມຈັນທະປະຕິທິນ), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນ, ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67, ໃນເຂດອະນຸສອນສະຖານ ໂຮ່ຈີມິນ ທີ່ສຳນັກງານປະທານປະເທດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ບັນດາສະມາຊິກໃນຄະນະໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ປະທານ ໂຮ່ຈີມິນ.

        ທ່ານນາງປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ໝູ່ຄະນະພະນັກງານ, ພາລະກອນເຂດ ອະນຸສະຖານໄດ້ປະຕິບັດໜ້າທີ່ຮັກສາ, ປົກປ້ອງບັນດາວັດຖຸອຸປະກອນ ແລະ ວັດຖຸພັນທີ່ຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຄຳຕັກເຕືອນພະນັກງານ, ພາລະກອນເຂດອະນຸສອນສະຖານສືບຕໍ່ມານະພະຍາຍາມໃນການຮັກສາ, ປົກປັກຮັກສາບັນດາວັດຖຸພັນ, ເອກະສານກ່ຽວກັບປະທານໂຮ່ຈີມິນ ໃຫ້ລຸ້ນຫຼັງ, ປະຕິບັດວຽກງານແນະນຳໃຫ້ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນ, ແຂກທ່ອງທ່ຽວກ່ຽວກັບຊີວິດ ແລະ ພາລະກິດຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ