ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນລົງພົບປະກັບຜູ້ມີສິດເລືອກຕັ້ງນະຄອນເກິ່ນເທີ
(VOVWORLD) -ສະພາແຫ່ງຊາດມີຄວາມເອົາໃຈໃສ່ທີ່ສຸດ ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຫຼື ປຶກສາຫາລືກ່ຽວກັບບັນຫາຝົກຕົກນ້ຳຖ້ວມ ທີ່ເກີດຈາກການຂຸດຄົ້ນຕັດໄມ້ທຳລາຍປ່າ…
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ການພົວປະ
(ພາບ: TTXVN)
|
ຕອນເຊົ້າວັນທີ 24 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດ ນະຄອນເກິ່ນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງກ໊າຍຣັງ. ທ່ານນາງປະທານສະພາແຫ່ງຊາດ ໄດ້ສະຫງວນເວລາ ເພື່ອຮັບຟັງບັນດາຄຳເຫັນຂອງຜູ້ມີສິດເລືອກຕັ້ງໃນ ໄລຍະທີ່ຜ່ານມາ, ເອົາໃຈໃສ່ ແລະ ພ້ອມກັບລັດຖະບານແກ້ໄຂບັນດາຄວາມຫຍຸ້ງຍາກ ຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ທ່ານ ນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຖືວ່າ:
ສະພາແຫ່ງຊາດມີຄວາມເອົາໃຈໃສ່ທີ່ສຸດ ເມື່ອປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມຫຼື ປຶກສາຫາລືກ່ຽວກັບບັນຫາຝົກຕົກນ້ຳຖ້ວມ ທີ່ເກີດຈາກການຂຸດຄົ້ນຕັດໄມ້ທຳລາຍປ່າ…ບັນດາບັນຫານີ້ ລັດຖະບານ, ສະພາແຫ່ງຊາດມີຄວາມເອົາໃຈໃສ່ເປັນພິເສດ, ໄດ້ມີການຊີ້ນຳຫຼາຍຢ່າງ. ສະພາແຫ່ງຊາດຍາມໃດກໍ່ປະຕິບັດສຳເລັດລະບົບກົດໝາຍ. ລັດຖະບານ ແລະ ບັນດາອົງການທ້ອງຖິ່ນໄດ້ດັດປັບ, ເພີ່ມທະວີວຽກງານຄຸ້ມຄອງລັດ ເພື່ອຮັບປະກັນການປະຕິບັດນະໂຍບາຍກົດໝາຍ ເພື່ອເຮັດແນວໃດຫຼຸດຜ່ອນຄວາມເສຍຫາຍ ໂດຍ ທຳມະຊາດ ແລະ ມະນຸດກໍ່ຂຶ້ນ.
ຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງຟອງດຽນ.