ທ່ານນາງສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມເວທີປາໄສດໍາເນີນທຸລະກິດ ແລະ ການລົງທຶນ ຕວກກີ - ຫວຽດນາມ

(VOVWORLD) -ຕອນເຊົ້າ 08 ຕຸລາ,ໃນຂອບເຂດການຢ້ຽມຢາມ ຕວກກີ ຢ່າງເປັນທາງການ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມເວທີປາໄສດໍາເນີນທຸລະກິດ ແລະການລົງທຶນ ລະຫວ່າງ ຕວກກີ - ຫວຽດນາມ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ Istanbul  ໂດຍມີການເຂົ້າຮ່ວມຂອງວິສາຫະກິດຂອງສອງປະເທດ ປະມານ 200 ແຫ່ງ.

ທ່ານນາງສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມເວທີປາໄສດໍາເນີນທຸລະກິດ ແລະ ການລົງທຶນ ຕວກກີ - ຫວຽດນາມ - ảnh 1ທ່ານນາງສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ເວທີປາໄສ

ທີ່ເວທີປາໄສ, ທ່ານ Nail Opak ປະທານສະພາເສດຖະກິດການຕ່າງປະເທດ ຕວກກີ ໄດ້ເນັ້ນໜັກວ່າ ຫວຽດນາມ ແລະ ຕວກກີີ ຕ່າງກໍພວມປະເຊີນໜ້າກັບບັນດາສິ່ງທ້າທາຍຈາກບັນດາສົງຄາມການຄ້າໃນທົ່ວໂລກ. ໃນສະພາບການດັ່ງກ່າວ, ວິສາຫະກິດ, ປະຊາຄົມດໍາເນີນທຸລະກິດສອງປະເທດ ຕ້ອງເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນ ເພື່ອຊົມໃຊ້ບັນດາກາລະໂອກາດດໍາເນີນທຸລະກິດ ພ້ອມກັນພັດທະນາການພົວພັນເສດຖະກິດ ແລະ ການຄ້າຂອງສອງປະເທດ.

        ສ່ວນທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ຕີລາຄາສູງຕໍ່ເລື່ອງກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ, ກະຊວງການຄ້າຕວກກີ, ສະພາເສດຖະກິດການຕ່າງປະເທດຕວກກີ, ສະຖານທູດຫວຽດນາມ ປະຈໍາ ຕວກກີ, ບັນດາອົງການກ່ຽວຂ້ອງ ໄດ້ສົມທົບກັນ ຈັດຕັ້ງເວທີປາໄສດໍາເນີີນທຸລະກິດ ແລະ ການລົງທຶນລະຫວ່າງສອງປະເທດ. ທ່ານນາງ ຫງວຽນທິກິມເງິນ ປາດຖະໜາວ່າ ປະຊາຄົມວິສາຫະກິດສອງປະເທດ ບໍ່ພຽງແຕ່ ແມ່ນເຈົ້າຂອງ ໃນວິວັດແຫ່ງການຮ່່ວມມືເສດຖະກິດເທົ່ານັ້ນ ຫາກຄວນສວມບົດບາດເປັນຜູ້ລິເລີ່ມບັນດາແນວຄວາມຄິດໃໝ່, ສ້າງກໍາລັງໜູນໃໝ່ໃນຂະແໜງການຄ້າ ແລະ ການລົງທຶນ. ທີ່ເວທີປາໄສ, ທ່ານນາງ ຫງວຽນທິກິມເງິນ ກໍ່ໄດ້ເປັນສັກຂີພິຍານພິທີລົງນາມບັນດາເອກະສານຮ່ວມມືລະຫວ່າງວິສາຫະກິດສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ