ທ່ານນາງອະດີດນາຍົກ ລັດຖະມົນຕີໄທ ຍິງຣັກ ຊິນນະວັດ ຖືກຈັບຕົວ ພາຍຫຼັງສະເໜີຕົວຕໍ່ກອງທັບ

ທ່ານນາງອະດີດນາຍົກ ລັດຖະມົນຕີໄທ ຍິງຣັກ ຊິນນະວັດ ຖືກຈັບຕົວ ພາຍຫຼັງສະເໜີຕົວຕໍ່ກອງທັບ - ảnh 1
ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ
(ພາບອີນເຕີແນັດ)


(vovworld) –  ຕາມ​ແຫຼ່ງຂ່າວ​ຈາກ​ກອງທັບ​ໄທ ​ໃຫ້​ຮູ້​ວ່າ, ວັນ​ທີ 23/05, ​ກອງທັບ​ປະ​ເທດ​ນີ້ໄດ້​ກັກ​ຂັງທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ​ ຍິງຣັກ ຊິນນະ​ວັດ ພາຍຫຼັງ​ທີ່​ທ່ານ​ນາງສະ​ເໜີ​ຕົວຕາມ​ຄຳ​ຮຽກຕົວ​ຂອງ​ວົງ​ການ​ກຳ​ອຳນາດ​ການ​ທະຫານ. ​ພາຍຫຼັງ​ທີ່​ກອງທັບຖະ​ແຫຼງລັດຖະປະຫານ​ເມື່ອ​ວັນ​ທີ 22/05 ​ໂຄ່ນ​ລົ້ມ​ລັດຖະບານ​ຊົ່ວຄາວ​, ອຳ​ນາດ​ກາ​ນ​ປົກຄອງ​ການ​ທະຫານ​ໄທ ​ໄດ້​ຮຽກຕົວ​ຜູ້​ດຳລົງ​ຕຳ​ແໜ່ງຂັ້ນ​ສູງ 100 ທ່ານມາສະ​ເໜີ​ຕົວລວມທັງ​ສະມາຊິກ​ທຸກ​ຄົນໃນ​ລັດຖະບານ​ຖືກ​ໂຄ່ນ​ລົ້ມ​ ​ແລະ ​ບັນດາ​ຫົວໜ້າ​ຝ່າຍ​ຄ້ານ. ກອງທັບ​ໄທ ​ໄດ້​ອະທິ​ບາຍວ່າ ການ​ກະທຳ​ນີ້​​ແມ່ນ​ເພື່ອ​ແນ​ໃສ່​ປົກ​ປ້ອງ​ຊີວິດ​ຂອງ​ປະຊາຊົນ, ສະກັດ​ກັ້ນ​ການ​ປະ​ທະ​ກັນ​ປິນຂັ້ນ​ໄດ ​ແລະ ນຳ​ສະພາບ​ການ​ຂອງ​ປະ​ເທດ​ກັບ​ຄືນ​ສູ່​ສະພາບ​ເປັນ​ປົກກະຕິ​ໂດຍ​ໄວ.

        ​ແຫຼ່ງຂ່າວ​ຕ່າງໆ​ກໍ່​ໃຫ້​ຮູ້​ວ່າ, ມີ​ຫຼາຍ​ຄົນ​ມາສະ​ເໜີ​ຕົວ​ຕໍ່​ກອງທັບ​ກໍ່​ຖືກ​ຈັບ​ຕົວ, ​ໃນ​ນັ້ນ​ມີ​​ເລຂາທິການ​ໃຫຍ່ພັກ​ເພື່ອ​ໄທ ​ແລະ ​ໂຄສົກ​ຂອງ​ພັກ​ນີ້. ນອກຈາກ​ນັ້ນ, ຍັງ​ມີ​ຫົວໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ​ແລະ ຫົວໜ້າ​ຂະ​ບວນການ​ເສື້​ອ​ແດງ​ບາງ​ຄົນອີກ​ດ້ວຍ.

ຂ່າວ/ບົດ​ອື່ນ