ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບເອກອັກຄະລັດຖະທູດແຟງລັງ

(VOVWORLD) -ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ແຟງລັງ Kari Kahiluoto ໃນຕອນເຊົ້າວັນທີ 10 ຕຸລາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຖືວ່າ: ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ໄດ້ພັດທະນາຢ່າງຕັ້ງຫນ້າ, ພິເສດ ໃນດ້ານການເມືອງ, ການທູດ, ການຄ້າ, ການຮ່ວມມືພັດທະນາ, ການສຶກສາບຳລຸງສ້າງ ແລະ ວິທະຍາສາດເຕັກໂນໂລຊີ. 

ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບເອກອັກຄະລັດຖະທູດແຟງລັງ - ảnh 1 ທ່ານນາງຮອງປະທານປະເທດດັ້ງທິງອກທິ້ງຕ້ອນຮັບເອກອັກຄະລັດຖະທູດແຟງລັງ

ພາບ:TTXVN

ພິເສດ ວົງເງິນການຄ້າສອງສົ້ນໃນ 6 ເດືອນຕົ້ນປີ ບັນລຸກວ່າ 200 ລ້ານ USD, ເພີ່ມຂຶ້ນ 42% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານນາງຮອງປະທານປະເທດ ຕີລາຄາສູງຂໍ້ສະເຫນີຂອງ ແຟງລັງ ກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນບາງຂົງເຂດຄື: ການສຶກສາ, ປ່ຽນໃຫມ່ຫົວຄິດປະດິດສ້າງ, ເຕັກໂນໂລຊີ, ສື່ສານ, ການຄຸ້ມຄອງນ້ຳ, ປ່າໄມ້ ແລະ ເຕັກໂນໂລຊີສະອາດ ແລະ ຢືນຢັນວ່າ ຂໍ້ລິເລີ່ມນັ້ນແມ່ນມີຄວາມເປັນໄປ ໂດຍອີງໃສ່ການພົວພັນຫລາຍຮູບແບບມີປະສິດທິຜົນ ລະຫວ່າງ ຫວຽດນາມແລະ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ