ທ່ານນາງຮອງປະທານປະເທດຫງວຽນທິຢວານ ມອບທຶນສຶກສາໃຫ້ເດັກນ້ອຍແຂວງເຮົ້າຢາງ

ທ່ານນາງຮອງປະທານປະເທດຫງວຽນທິຢວານ ມອບທຶນສຶກສາໃຫ້ເດັກນ້ອຍແຂວງເຮົ້າຢາງ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫງວຽນ​ທິຢ​ວານ​ມອບ​ທຶນ
ສຶກ​ສາ​ໃຫ້​ເດັກ​ນ້ອຍ
ພາບ:vov

(vovworld)-  ​ຕອ​ນ​ບ່າຍ​ວັນ​ທີ 14/9, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ, ປະ​ທານ​ສະ​ພາ​ອຸ​ປະ​ກະລະກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດ​ນາມ ໄດ້​ລົງ​ແຂວງ ເຮົ້າ​ຢາງ ມອບ​ທຶນ​ສຶກ​ສາ​ໃຫ້​ເດັກ​ນ້ອຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ແຂວງ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ໄດ້​ສະ​ເຫນີ ແຂວງ ເຮົ້າ​ຢາງ ຄວນ​ເອົາ​ໃຈ​ໃສ່, ຊີ້​ນຳ​ວຽກ​ງານ​ປົກ​ປັກ​ຮັກ​ສາ ແລະ ເບິ່ງ​ແຍ/ງ​ເດັກ ເຂົ້າ​ສູ່​ລວງ​ເລິກ ຈາກ​ນັ້ນ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ເດັກ​ໃນ​ບໍ​ລິ​ເວນ​ແຂວງ ມີ​ສະ​ພາບ​ແວດ​ລ້ອມ​ພັດ​ທະ​ນາ​ດີກວ່າ. ໃນ​ໂອ​ກາດນີ້ ກອງ​ທຶນ​ຫນູນ​ຊ່ວຍ​ເດັກ​ຍິງ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ກໍ​ໄດ້​ມອບ​ 10 ທຶນ​ສຶກ​ສາ ແຕ່​ລະ​ທຶນ​ລວມ​ມູນ​ຄ່າ 2,7 ລ​້ານ​ດົງ ໃຫ້​ເດັກ​ຍິງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

ຂ່າວ/ບົດ​ອື່ນ