ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບການນຳບັນດາປະເທດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ CICA

(VOVWORLD) -ການນຳບັນດາປະເທດໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນຂອງເຂດ CICA
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບການນຳບັນດາປະເທດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ CICA - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບປະທານາທິບໍດີ ອຸດສະເບກິດສະຖານ
(ພາບ: dangcongsan.vn)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສສົມທົບກັນກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ອາຊີ (CICA) ຄັ້ງທີ 6 ຢູ່ນະຄອນຫຼວງ Astana, ປະເທດ ກາຊັກສະຖານ, ວັນທີ 13 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ພົບປະກັບປະທານາທິບໍດີບັນດາປະເທດ ກາຊັກສະຖານ, ຕວກກີ ແລະ ອຸດສະເບກິດສະຖານ.

        ທີ່ການພົບປະຄັ້ງຕ່າງໆ, ການນຳບັນດາປະເທດໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງ ຫວຽດນາມ ໃນຂອງເຂດ CICA; ຢືນຢັນຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພ້ອມກັບການນຳເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຊ່ອງທາງ ແລະ ທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອຍູ້ແຮງການພົວພັນເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ, ພັດທະນາພື້ນຖານໂຄງລ່າງ… ໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນ ແລະ ຄວາມສຳຄັນຂອງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ