(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຖືວ່າ, ໃນຕະຫຼອດໄລຍະຂອງຍຸກສະໄໝ, ແມ່ຍິງຍາມໃດກໍ່ເປັນທູດຂອງຄວາມສັນຕິພາບ, ແມ່ນຂົວເຊື່ອມຕໍ່ມິດຕະພາບ, ຍືນຍົງແໜ້ນແຟ້ນລະຫວ່າງບັນດາປະເທດ
(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບບັນດາທ່ານເອກອັກຄະລັດຖະທູດຍິງ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ) |
ຕອນເຊົ້າວັນທີ 06 ມີນາ, ຢູ່ແຂວງ ບັກນິງ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ເປັນປະທານການພົບປະກັບບັນດາທ່ານເອກອັກຄະລັດຖະທູດຍິງ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ເນື່ອງໃນໂອກາດວັນແມ່ຍິງສາກົນ 08 ມີນາ.
ທີ່ການພົບປະ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຖືວ່າ, ໃນຕະຫຼອດໄລຍະຂອງຍຸກສະໄໝ, ແມ່ຍິງຍາມໃດກໍ່ເປັນທູດຂອງຄວາມສັນຕິພາບ, ແມ່ນຂົວເຊື່ອມຕໍ່ມິດຕະພາບ, ຍືນຍົງແໜ້ນແຟ້ນລະຫວ່າງບັນດາປະເທດ, ຊົນຊາດ. ໃນນັ້ນ, ບົດບາດຕັ້ງໜ້າຂອງບັນດາທ່ານເອກອັກຄະລັດຖະທູດຍິງ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ໄດ້ມີຄວາມໝາຍສຳຄັນຍິ່ງ. ທ່ານນາງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາທ່ານເອກອັກຄະລັດຖະທູດຍິງ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ຈະສືບຕໍ່ຮ່ວມເດີນທາງ, ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນການຟື້ນຟູເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ, ຕັ້ງໜ້າປະກອບສ່ວນເຂົ້າໃນເປົ້າໝາຍລວມຂອງສະຫະປະຊາຊາດ, ໃນນັ້ນມີບັນດາເປົ້າໝາຍກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ
ໂດຍຕາງໜ້າບັນດາທ່ານເອກອັກຄະລັດຖະທູດຍິງ, ຫົວໜ້າຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳ ຫວຽດນາມ, ທ່ານນາງ Maria Olandina Isabel Caeiro Alves, ເອກອັກຄະລັດຖະທູດ Timor Leste ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນໂລກ, ສອດຄ່ອງກັບບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.