ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມແລະເຮັດວຽກຢູ່ເມືອງຟຸ໋ກທໍ້,ຮ່າໂນ້ຍ
(ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ
ເຮັດວຽກຢູ່ເມືອງຟຸ໋ກທໍ້, ຮ່າໂນ້ຍ)
(vovworld) – ຕອນເຊົ້າວັນທີ 20/02, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຟຸ໋ກທໍ້, ຮ່າໂນ້ຍ. ໜ້າທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີການນຳນະຄອນຮ່າໂນ້ຍ, ເມືອງ ຟຸ໋ທໍ້ ຕິດຕາມຢ່າງໃກ້ຊິດມາດຖານກໍ່ສ້າງຊົນນະບົດໃໝ່ ແລະ ຖືວ່າ, ສິ່ງທີ່ປະສົບກັບຄວາມຫຍຸ້ງຍາກ, ຂໍ້ຈຳກັດ ແລະ ບໍ່ທັນເຮັດໄດ້ດີ ບັນດາຄະນະ, ຂະແໜງການຂອງເມືອງ ຟຸ໋ກທໍ້ ຕ້ອງຄົ້ນຄວ້າ, ຍົກອອກຂໍ້ລິເລີ່ມເພື່ອຜ່ານຜ່າ ພ້ອມທັງສ້າງສະພາບແວດລ້ອມໃຫ້ວິສາຫະກິດມາລົງທຶນດຳເນີນທຸລະກິດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ສາມັກຄີ, ແຂ່ງຂັນການຜະລິດ, ກໍ່ສ້າງຊົນນະບົດໃໝ່ ເພື່ອເຮັດແນວໃດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ເມືອງຟຸ໋ກທໍ້ ນັບມື້ນັບອີ່ມໜຳສຳລານພູນສຸກ.
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ໄດ້ໄປຖະຫວາຍທູບທຽນຢູ່ວິຫານ ຮາດມົນ ແລະ ຮາຍບ່າຈຶງ, ຢູ່ເມືຶອງຟຸ໋ກທໍ້.