ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດຫວຽດນາມ ເລີ່ມການຢ້ຽມຢາມ ກຣົວຊີ ຢ່າງເປັນທາງການ
(VOVWORLD) -ຕອນບ່າຍວັນທີ 9 ຕຸລາ, ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດຫວຽດນາມ ແລະ ຄະນະຜູ້ແທນຫວຽດນາມ ມາຮອດນະຄອນຫຼວງ Zagreb , ເລີ່ມຕົ້ນການຢ້ຽມຢາມ ກຣົວຊີ ຢ່າງເປັນທາງການ.
ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)
|
ທີ່ການພົບປະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ແລະ ກຣົວຊີ ແລະ ຕາງໜ້າປະຊາຄົມຊາວ ຫວຽດນາມ ຢູ່ກຣົວຊີ, ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ຕີລາຄາສູງປະຊາຄົມຊາວ ຫວຽດນາມ ຢູ່ ກຣົວຊີ ໄດ້ສາມັກຄີກັນ, ສ້າງການດຳລົງຊີວິດຢູ່ປະເທດປະຈຳຖີ່ນ, ຮັກສາມູນເຊື້ອ ແລະ ອ່ວາຍເມືອຫາບ້ານເກີດເມືອງນອນ. ທ່ານນາງ ຫວໍ້ທິແອ່ງຊວັນ ຮອງປະທານປະເທດຫວຽດນາມ ໄດ້ແຈ້ງໃຫ້ຊາບບັນດາຜົນສຳເລັດຂອງຫວຽດນາມໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ 19 ຢ່າງປະສິດທິຜົນ. ປະເທດຊາດໄດ້ປ່ຽນມາສູ່ສະພາບປົກກະຕິໃໝ່, ເປີດປະຕູຢ່າງສົມບູນ, ຟື້ນຟູພັດທະນາເສດຖະກິດ-ສັງຄົມ.