ທ່ານນາຍົກລັດຖະມົນຕີກຳປູເຈຍSamdech Hunsen ສືບຕໍ່ການ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ນາຍົກລັດຖະມົນຕີ ກຳປູເຈຍ ແລະ ນາຍົກລັດຖະມົນຕີ ຫວຽດນາມ
(ພາບ: AFP )
(vovworld) – ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ວັນທີ 27/12, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ໄດ້ໄປວາງພວງມາລາຢູ່ ອະນຸສາວະລີບັນດານັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ ແລະ ເຂົ້າຄຳ່ນັບສຸສານປະທານ ໂຮ່ຈີ໋ມິນ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ມີການພົບປະກັບບັນດາອະດີດຜູ້ຊ່ຽວຊານ, ອະດີດນັກຮົບອາສາສະໝັກ ຫວຽດນາມ, ພົບປະບັນດານັກລົງທຶນຫວຽດນາມ ແລະ ຕ້ອນຮັບສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ.
ຕອນເຊົ້າວັນທີ 27/12, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ HunSen ໄດ້ພົບປະກັບອະດີດຜູ້ຊ່ຽວຊານ, ທະຫານອາສາສະໝັກຫວຽດນາມຢູ່ ກຳປູເຈຍ ກວ່າ 500 ຄົນ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ສະແດງຄວາມປິຕິຊົມຊື່ນຕໍ່ຫນ້າບັນດາບາດກ້າວພັດທະນາອັນດີງາມຂອງສາຍພົວພັນສອງປະເທດໃນໄລຍະຜ່ານມາ. ສອງປະເທດພວມຕັດສິນໃຈເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານຂຶ້ນສູ່ລະດັບສູງໃຫມ່. ບົນຈິດໃຈນັ້ນ, ສອງຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນການຢ້ຽມຢາມ, ພົບປະລະຫວ່າງການນຳຂັ້ນສູງກໍຄືລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນສອງປະເທດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ສືບຕໍ່ສົມທົບກັນ, ສ້າງເງື່ອນໄຂສະດວກເສີມຂະຫຍາຍທ່າໄດ້ປຽບທີ່ມີຢູ່ແລ້ວຂອງແຕ່ລະປະເທດ, ຊຸກຍູ້ການພົວພັນຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນບັນດາຂົງເຂດມີທ່າແຮງ, ສູ້ຊົນຍົກວົງເງິນການຄ້າສອງສົ້ນໃຫ້ຂຶ້ນເຖິງ 5 ຕື້ USD ໃນປີ 2015. ໃນວັນດຽວກັນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ພົບປະ ແລະ ໂອ້ລົມກັບບັນດານັກລົງທຶນຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຂອບອົກຂອບໃຈ ແລະ ຕີລາຄາສູງບັນດານັກລົງທຶນຫວຽດນາມ, ພິເສດແມ່ນບົດບາດການເຄື່ອນໄຫວຂອງສະຫະສະມາຄົມບັນດານັກລົງທຶນຫວຽດນາມຢູ່ກຳປູເຈຍ.
ກ່ອນນັ້ນ, ວັນທີ 26/12, ທ່ານນາຍົກລັດຖະມົນຕີ Hunsen ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢູ້ງ. ທ່ານເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈືອງເຕີ໋ນຊາງ ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກໍ່ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hunsen ຢ່າງສະໜິດສະໜົມ.