ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ ແລະ ສ​ະ​​ຫະ​ພັນ ນັກຮົບເກົ່າລັດ​ເຊຍໃນປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນຕໍ່ການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີສະຫະພັນລັດເຊຍ. 

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ລັດ​ເຊຍ - ຫວຽດ​ນາມ ແລະ ສ​ະ​​ຫະ​ພັນ ນັກຮົບເກົ່າລັດ​ເຊຍໃນປາງ​ສົງ​ຄາມ​ຢູ່ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາຜູ້ແທນ (ພາບ: TTXVN)

ຕອນບ່າຍວັນທີ 23 ພຶດສະພາ(ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະກັບຕາງໜ້າສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ  ແລະ ສະມາຄົມອະດີດນັກຊ່ຽວຊານການທະຫານລັດເຊຍທີ່ເຄີຍເຂົ້າຮ່ວມຊ່ວຍເຫຼືອຫວຽດນາມໃນປາງສົງຄາມ. ນະທີ່ນີ້, ທ່ານ ປະທານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ Vladimir Buianov ໄດ້ເປັນຕາງໜ້າສະມາຄົມເປັນກຽດມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ປະທານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ Vladimir Buianov ແລະ ທ່ານປະທານສະມາຄົມອະດີດນັກຊ່ຽວຊານການທະຫານລັດເຊຍທີ່ເຄີຍເຂົ້າຮ່ວມຊ່ວຍເຫຼືອຫວຽດນາມໃນປາງສົງຄາມ Nikolay kolesnik ໄດ້ແຈ້ງໃຫ້ທ່ານ ນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮັບຊາບກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນເຊິ່ງ 2 ສະມາຄົມໄດ້ຜັນຂະຫຍາຍໃນໄລຍະຜ່ານມາເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວເພື່ອຕອບສະໜອງປີ ຫວຽດນາມ ຢູ່ ລັດເຊຍ, ລັດເຊຍຢູ່ ຫວຽດນາມ ນຳມາເຊິ່ງຄວາມໝາຍຫຼາຍຢ່າງ ແລະ ມີຜົນປະໂຫຍດຢ່າງແທດຈິງ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນຕໍ່ການພັດທະນາການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ໃນນັ້ນມີສະຫະພັນລັດເຊຍ. ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງທິດທາງຍຸດທະສາດຂອງການພົວພັນຫວຽດນາມ ກັບ ສະຫະພັນລັດເຊຍແມ່ນຍາວນານ, ບໍ່ຖືກກະທົບຈາກບັນດາຄວາມຜັນແປຢ່າງສັບສົນໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ  ແລະ ສະມາຄົມອະດີດນັກຊ່ຽວຊານການທະຫານລັດເຊຍທີ່ເຄີຍເຂົ້າຮ່ວມຊ່ວຍເຫຼືອຫວຽດນາມໃນປາງສົງຄາມຈະຈັດຕັ້ງບັນດາການເຄື່ອນໄຫວຕາມທິດຫຼາຍຮູບຫຼາຍແບບ, ມິດຕະພາບ, ມີປະສິດທິຜົນໃຫ້ຫຼາຍກ່ວາອີກ; ປະກອບສ່ວນເຂົ້າໃນເລື່ອງພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ