​ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຢ້ຽມຢາມຝລັ່ງ

(VOVWORLD) -ວັນທີ 24 ມິຖຸນາ, ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ໄດ້ໄປຮອດນະຄອນ Le Havre, ເຂດ Normandie, ທາງທິດຕາເວັນຕົກສ່ຽງເໜືອປະເທດຝລັ່ງ ເພື່ອເຈລະຈາກັບຄູ່ຕຳແໜ່ງປະເທດເຈົ້າພາບ Edouard Philippe.

​ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຢ້ຽມຢາມຝລັ່ງ - ảnh 1

ທ່ານນາຍົກລັດຖະມົນຕີລັດເຊຍ Dmitry Medvedev ຢ້ຽມຢາມຝລັ່ງ

(ພາບ: TASS/TTXVN)

ເນື້ອໃນການເຈລະຈາປິ່ນອ້ອມບັນດາວິກິດການຢູ່ພາກພື້ນ, ລວມມີ ຊີຣີ ແລະ ຢູແກຼນ, ກໍຄືບັນດາບັນຫາທາງດ້ານເສດຖະກິດ. ຕາມການຕີລາຄາຈາກວົງການນັກໄຈ້ແຍກແລ້ວ, ບັນດາຄຳຕັດສິນສຳຄັນລ້ວນແຕ່ໄດ້ຕົກລົງຢູ່ຂັ້ນປະທານາທິບໍດີ, ແຕ່ການພົບປະລະຫວ່າງຜູ້ນຳໜ້າ 2 ລັດຖະບານກໍ່ມີຄວາມໝາຍສຳຄັນ.

        ເນື້ອໃນຕົ້ນຕໍໃນບັນດາການເຮັດວຽກລະຫວ່າງນາຍົກລັດຖະມົນຕີ 2 ທ່ານແມ່ນເພື່ອແນໃສ່ເພີ່ມທະວີການພົວພັນດ້ານການຄ້າ, ການແລກປ່ຽນວັດທະນະທຳລະຫວ່າງຝລັ່ງ ແລະ ລັດເຊຍ ກໍຄືບາງຫົວເລື່ອງໃຫຍ່ຂອງສາກົນຢູ່ພາກພື້ນ.

        ນີ້ແມ່ນການນຳຂັ້ນສູງຜູ້ທຳອິດຂອງລັດເຊຍ ໄປຢ້ຽມຢາມຝລັ່ງ ພາຍຫຼັງການໄປປະຕິບັດງານຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ໄປຍັງ Versailles ໃນທ້າຍເດືອນ ພຶດສະພາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ